ຂ່າວສານ

ການ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່ ຫວຽດ​ນາມ - ລາວ ມີ​ຄວາມ​ໝາຍ​ສຳ​ຄັນ​ສຳ​ລັບ​ພາ​ລະ​ກິດ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ຂອງ​ແຕ່​ລະ​ປະ​ເທດ

ຫວຽດນາມ ຍາມໃດກໍຈົດຈຳການຊ່ວຍເຫຼືອຂອງລາວ ໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ, ຈະຮ່ວມເດີນທາງພ້ອມກັບ ລາວ ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍໃນຕໍ່ໜ້າ ແລະ ສືບຕໍ່ພັດທະນາແບບຍືນຍົງ.
ການພົບປະສອງຝ່າຍລະຫວ່າງທ່ານເສນາທິການໃຫຍ່ກອງທັບປະຊາຊົນ ຫວຽດນາມ ແລະ ເສນາທິການໃຫຍ່ກອງທັບປະຊາຊົນ ລາວ (ພາບ:TTXVN)

ຕອນບ່າຍວັນທີ 05 ມີນາ, ຢູ່ສຳນັກງານລັດຖະບານ, ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ເສນາທິການໃຫຍ່ກອງທັບປະຊາຊົນລາວ, ພົນຕີ ສາຍໃຈ ກົມມະສິດ, ນຳໜ້າຄະນະຜູ້ແທນຂັ້ນສູງຂອງກອງທັບປະຊາຊົນ ລາວ ພວມມີການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ. ທີ່ການຕ້ອນຮັບ, ເມື່ອຢັ້ງຢືນການພົວພັນມິດຕະພາບອັນຍິ່ງໃຫຍ່ ຫວຽດນາມ - ລາວ ມີຄວາມໝາຍສຳຄັນສຳລັບພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດຂອງແຕ່ລະປະເທດ, ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ຫວຽດນາມ ຍາມໃດກໍຈົດຈຳການຊ່ວຍເຫຼືອຂອງລາວ ໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ, ຈະຮ່ວມເດີນທາງພ້ອມກັບ ລາວ ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍໃນຕໍ່ໜ້າ ແລະ ສືບຕໍ່ພັດທະນາແບບຍືນຍົງ.

        ເມື່ອຕີລາຄາກ່ຽວກັບໝາກຜົນການພົບປະສອງຝ່າຍລະຫວ່າງທ່ານເສນາທິການໃຫຍ່ກອງທັບປະຊາຊົນ ຫວຽດນາມ ແລະ ເສນາທິການໃຫຍ່ກອງທັບປະຊາຊົນ ລາວ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ກອງທັບສອງປະເທດເພີ່ມທະວີການສົມທົບກັນ, ເປັນເສນາທິການໃຫ້ການນຳຂັ້ນສູງສອງປະເທດກ່ຽວກັບດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ຢ່າງມີປະສິດທິຜົນ; ຜັນຂະຫຍາຍໝາກຜົນຂອງການພົບປະລະຫວ່າງການນຳສາມພັກ ແລະ ນາຍົກລັດຖະມົນຕີສາມປະເທດ ກຳປູເຈຍ - ລາວ - ຫວຽດນາມ ຢູ່ ນະຄອນ ໂຮ່ຈີມິນ ໃນເດືອນກຸມພາ ທີ່ຜ່ານມາຢ່າງແຮງ, ປັບປຸງຄວາມສາມັກຄີຜູກພັນລະຫວ່າງສາມປະເທດ; ຜັນຂະຫຍາຍບັນດາກົນໄກຮ່ວມມືທີ່ມີໃນປັດຈຸບັນ.

        ສ່ວນທ່ານພົນຕີ ສາຍໃຈ ກົມມະສິດ ໃຫ້ຮູ້ວ່າ ສອງຝ່າຍເຫັນດີເພີ່ມທະວີການແບ່ງປັນບັນດາບັນຫາຍຸດທະສາດ, ຜ່ານການພົບປະຜູ້ແທນຂັ້ນສູງ, ກົນໄກປຶກສາຫາລືນະໂຍບາຍດ້ານປ້ອງກັນຊາດ; ເພີ່ມທະວີການຮ່ວມມືປ້ອງກັນຊາຍແດນສອງປະເທດ; ຊຸກຍູ້ການຮ່ວມມືດ້ານພະລາທິການ, ເຕັກໂນໂລຢີຂໍ້ມູນຂ່າວສານ, ອຸດສາຫະກຳປ້ອງກັນຊາດ, ພັດທະນາເສດຖະກິດ, ສືບຕໍ່ສະໜັບສະໜູນເຊິ່ງກັນ ແລະ ກັນໃນບັນດາເວທີປາໄສຫຼາຍຝ່າຍ.


top