ຂ່າວສານ

ການ​ພົວ​ພັນ ຫວ​ຽດ​ນາມ - ຈີນ ນ​ຳ​ມາເຊິ່ງຜົນ​ປະ​ໂຫຍດ​ຢ່າງ​ແທດ​ຈິງ​ໃຫ້​ແກ່​ປະ​ຊາ​ຊົນ 2 ປະ​ເທດ

ການຢ້ຽມຢາມເປັນການປະຕິບັດບັນດາຄວາມຮັບຮູ້ລວມລະຫວ່າງການນຳຂັ້ນສູງ 2 ພັກ, 2 ລັດ, ບັນດາຂໍ້ຕົກລົງ 2 ຝ່າຍ, ກໍຄືໝາກຜົນກອງປະຊຸມຄັ້ງທີ XIII ຂອງຄະນະກຳມະການຊີ້ນຳການຮ່ວມມື 2 ຝ່າຍ ຫວຽດນາມ - ຈີນ; ປະກອບສ່ວນເຮັດໃຫ້ການພົວພັນມິດຕະພາບ ແລະ ການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດລະຫວ່າງ ຫວຽດນາມ - ຈີນ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ແລະ ມີຄຸນນະພາບ.
ທ່ານ ບູ່ຍແທງເຊີນ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ແລະ ທ່ານຫວາງອີ,  ລັດຖະມົນຕີກະຊວງການຕ່າງປະເທດ ຈີນ ພົບປະກັນໃນວັນທີ 8/6/2021 (ພາບ:TTXVN)

ໂດຍຕອບສະໜອງຄຳເຊີນຂອງ ທ່ານຫວາງອີ, ກຳມະການລັດຖະບານ, ລັດຖະມົນຕີກະຊວງການຕ່າງປະເທດ ຈີນ, ທ່ານ ບູ່ຍແທງເຊີນ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ມີການຢ້ຽມຢາມ ສ.ປ ຈີນ ຢ່າງເປັນທາງການ ໃນລະຫວ່າງວັນທີ 2 ຫາວັນທີ 4 ທັນວາ ປີ 2021. ໃນການຕອບສຳພາດຕໍ່ນັກຂ່າວ ຫວຽດນາມ ກ່ຽວກັບການພົວພັນລະຫວ່າງ 2 ພັກ, 2 ປະເທດໃນໄລຍະທີ່ຜ່ານມາ ກໍ່ຄື ຄວາມໝາຍຂອງການຢ້ຽມຢາມ, ທ່ານ ຟ້າມຊາວມາຍ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຈີນ ໄດ້ຢັ້ງຢືນວ່າການຢ້ຽມຢາມຄັ້ງນີ້ມີຄວາມໝາຍສຳຄັນທີສຸດ, ສະແດງໃຫ້ເຫັນໃນຫຼາຍແງ່ມູມ. ການຢ້ຽມຢາມແນໃສ່ເຊື່ອມຕໍ່ທ່ວງທ່າການພົວພັນແລກປ່ຽນ, ການພົບປະທີ່ສະໜິດສະໜົມລະຫວ່າງ 2 ພັກ, 2 ລັດພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ, ປະກອບສ່ວນເຂົ້າໃນການເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ. ການຢ້ຽມຢາມເປັນການປະຕິບັດບັນດາຄວາມຮັບຮູ້ລວມລະຫວ່າງການນຳຂັ້ນສູງ 2 ພັກ, 2 ລັດ, ບັນດາຂໍ້ຕົກລົງ 2 ຝ່າຍ, ກໍຄືໝາກຜົນກອງປະຊຸມຄັ້ງທີ XIII ຂອງຄະນະກຳມະການຊີ້ນຳການຮ່ວມມື 2 ຝ່າຍ ຫວຽດນາມ - ຈີນ; ປະກອບສ່ວນເຮັດໃຫ້ການພົວພັນມິດຕະພາບ ແລະ ການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດລະຫວ່າງ ຫວຽດນາມ - ຈີນ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ແລະ ມີຄຸນນະພາບ.

        ທ່ານເອກອັກຄະລັດຖະທູດ ກໍ່ເນັ້ນໜັກວ່າການຢ້ຽມຢາມຄັ້ງນີ້ເປັນໂອກາດທີ່ສຳຄັນເພື່ອໃຫ້ 2 ຝ່າຍພ້ອມກັນເບິ່ງຄືນໝາກຜົນການຮ່ວມມືໃນປີ 2021, ແລກປ່ຽນກ່ຽວກັບບັນດາມາດຕະການຊຸກຍູ້ການຮ່ວມມືໃນປີ 2022, ເພີ່ມກຳລັງໜູນໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ ຕື່ມອີກ.

(ແຫຼ່ງຄັດຈາກ VOV)


top