ຂ່າວສານ

ການ​ພົວ​ພັນ ລັດ​ເຊຍ - ລ​າວ​ພວມ​ພັດ​ທະ​ນາ​ໂດຍ​ໄວ

ທ່ານປະທານປະເທດ ລາວ ທອງລຸນ ສີສຸລິດໃຫ້ຮູ້ວ່າ ການຢ້ຽມຢາມລັດເຊຍ ແມ່ນ ຫຼັກໝາຍ ສຳຄັນໃນການເພີ່ມທະວີການຮ່ວມມືລະຫວ່າງສອງປະເທດ.
ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ທ່ານປະທານປະເທດ ລາວ ທອງລຸນ ສີສຸລິດ. (ພາບ: Kremlin.ru)

ການພົວພັນ ລັດເຊຍ - ລາວພວມພັດທະນາໂດຍໄວ ນີ້ແມ່ນຄຳເຫັນຂອງທ່ານປະທານາທິບໍດີ ລັດເຊຍ Vladimir Putin ພາຍຫຼັງການໂອ້ລົມເຈລະຈາກັບທ່ານປະທານປະເທດ ລາວ ທອງລຸນ ສີສຸລິດ ຢູ່ ມົດສະກູ, ໃນວັນທີ 31 ກໍລະກົດ, ໃນຂອບເຂດການຢ້ຽມຢາມລັດເຊຍໃນລະຫວ່າງວັນທີ 30 ກໍລະກົດ ຫາວັນທີ 1 ສິງຫາຂອງການນຳລາວ.

ກ່ຽວກັບການຮ່ວມມືສອງຝ່າຍໃນໄລຍະຈະມາເຖິງ, ທ່ານປະທານາທິບໍດີ Vladimir Putin ໃຫ້ຮູ້ວ່າ ສອງປະເທດພວມຊັ່ງຊາການຈັດເສັ້ນທາງລົດໄຟຂົນສົ່ງສິນຄ້າຜ່ານຈີນ. ທ່ານ ກໍ່ໃຫ້ຮູ້ວ່າ ການຮ່ວມມືລະຫວ່າງ ລັດເຊຍ ແລະ ລາວໃນຂົງເຂດວັດທະນະທຳ ແລະ ມະນຸດສະທຳມີລະດັບຄວາມສຳຄັນອັນຍິ່ງໃຫຍ່, ແລະ ສອງຝ່າຍມີແງ່ຫວັງຮ່ວມມືເປັນຢ່າງດີໃນຂົງເຂດພະລັງງານ.

ສ່ວນທ່ານປະທານປະເທດ ລາວ ທອງລຸນ ສີສຸລິດໃຫ້ຮູ້ວ່າ ການຢ້ຽມຢາມລັດເຊຍ ແມ່ນຫຼັກໝາຍສຳຄັນໃນການເພີ່ມທະວີການຮ່ວມມືລະຫວ່າງສອງປະເທດ ແລະ ການພົວພັນລະຫວ່າງ ລາວ ແລະ ລັດເຊຍຈະສືບຕໍ່ໄດ້ຮັບການສ້າງຂຶ້ນບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມເຂົ້າໃຈເຊິ່ງກັນແລະກັນ.


top