ຂ່າວສານ

ການ​ພົບ​ປະ​ແລກ​ປ່ຽນ​ວັດ​ທ​ະ​ນະ​ທຳ ຫວ​ຽດ​ນາມ - ລາວ - ກຳ​ປູ​ເຈຍ ເນື່ອງ​ໃນ​ໂອ​ກາດ​ບຸນ​ປີ​ໃໝ່​ລາວ ແລະ ບຸນ Chol Chnam Thmay

ເນື່ອງໃນໂອກາດບຸນປີໃໝ່ຂອງ 2 ປະເທດ ລາວ ແລະ ກຳປູເຈຍ, ວັນທີ 9 ເມສາ, ຢູ່ນະຄອນ ກອນຕຸມ, ມະຫາວິທະຍາໄລ ດ່າໜັງ ສາຂາ ກອນຕຸມ ໄດ້ສົມທົບກັບສະມາຄົມມິດຕະພາບ ຫວຽດນາມ - ລາວ - ກຳປູເຈຍ ແຂວງ ກອນຕຸມ, ຈັດງານພົບປະແລກປ່ຽນວັດທະນະທຳ ຫວຽດນາມ - ລາວ - ກຳປູເຈຍ.
ນັກສຶກສາ ຫວຽດນາມ, ລາວ, ກຳປູເຈຍ ແລະ ແຂກຖືກເຊີນ ໄດ້ຊີມອາຫານພື້ນເມືອງເຍື່ອງຕ່າງໆ, ກໍຄື ຊອກຮູ້ກ່ຽວກັບວັດທະນະທຳຂອງແຕ່ລະປະເທດ

ດ້ວຍຫົວຂໍ້ “ສີສັນວັດທະນະທຳ ອິນດູຈີນ”, ງານບຸນພົບປະແລກປ່ຽນວັດທະນະທຳ ຫວຽດນາມ - ລາວ - ກຳປູເຈຍ ໄດ້ຈັດການເຄື່ອນໄຫວຫຼາຍຢ່າງ, ເປັນຕົ້ນແມ່ນ: ການສະແດງສິລະປະວັນນະຄະດີຊົມເຊີຍຄວາມສາມັກຄີ, ການພົວພັນຮ່ວມມືມິດຕະພາບຂອງ 3 ປະເທດ; ສະແດງຄືນບາງພິທີກຳພົ້ນເດັ່ນຕ່າງໆໃນໂອກາດບຸນປີໃໝ່ຂອງລາວ ແລະ ບຸນ Chol Chnam Thmay ຂອງຊາວເຜົ່າ ຂະແມ. ບີໂນ ພັນທິບສະຫວັດ - ນັກສຶກສາ ລາວ ພວມຮ່ຳຮຽນຢູ່ໂຮງຮຽນດັ່ງກ່າວ ໃຫ້ຮູ້ວ່າ:

“ແຕ່ລະປີ, ທາງໂຮງຮຽນລ້ວນແຕ່ໄດ້ຈັດບຸນປີໃໝ່ໃຫ້ພວກນ້ອງ ແລະ ນັກສຶກສາ ກຳປູເຈຍ. ພວກນ້ອງຮູ້ສຶກດີໃຈຫຼາຍ ເມື່ອໄດ້ຮັບຄວາມເອົາໃຈໃສ່ ແລະ ການຊ່ວຍເຫຼືອຈາກໂຮງຮຽນ, ບໍ່ວ່າໃນການຮ່ຳຮຽນ ແລະ ການພົບປະແລກປ່ຽນແບບນີ້”.

ເນື່ອງໃນໂອກາດນີ້, ນັກສຶກສາ ຫວຽດນາມ, ລາວ, ກຳປູເຈຍ ແລະ ແຂກຖືກເຊີນ ຍັງໄດ້ຊີມອາຫານພື້ນເມືອງເຍື່ອງຕ່າງໆ, ກໍຄື ຊອກຮູ້ກ່ຽວກັບວັດທະນະທຳຂອງແຕ່ລະປະເທດ.


top