ຂ່າວສານ

ການ​ພົບ​ປະ​ຂັ້ນ​ສູງ ຫວຽດ​ນາມ - ແອັດ​ສະ​ປາຍ

ຕອນເຊົ້າວັນທີ 9 ເມສາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ແອັດສະປາຍ Pedro Sanchez ຢ້ຽມຢາມ ຫວຽດນາມ ແຕ່ວັນທີ 08 – 10 ເມສາ ຢ່າງເປັນທາງການ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ແອັດສະປາຍ Pedro Sanchez (ພາບ: TTXVN)

ໃນພິທີພົບປະທີ່ໄດ້ດຳເນີນພາຍຫຼັງພິທີຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕີລາຄາສູງການເຂົ້າຮ່ວມຂອງບັນດາວິສາຫະກິດແຖວໜ້າ ແອັດສະປາຍ ທີ່ຕິດຕາມທ່ານນາຍົກລັດຖະມົນຕີ Pedro Sanchez ໃນການຢ້ຽມຢາມ ຫວຽດນາມ ຄັ້ງນີ້ ແລະ ເຊື່ອໝັ້ນວ່າ ບັນດາວິສາຫະກິດຈະມີໂອກາດຊອກຮູ້ສຶກສາຕະຫຼາດ ແລະ ພົບປະກັບບັນດາຄູ່ຮ່ວມມື ຫວຽດນາມ, ເປີດອອກຫຼາຍແງ່ຫວັງໃນການຮ່ວມມືໃໝ່ລະຫວ່າງສອງປະເທດ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແບ່ງປັນວ່າ:

“ຫວຽດນາມ ຍາມໃດກໍຖືເປັນສຳຄັນ ແລະ ປາດຖະໜາຢາກເພີ່ມທະວີການພົວພັນຮ່ວມມືຫຼາຍດ້ານກັບ ແອັດສະປາຍ. ພວກເຮົາໄດ້ມີການພົວພັນຄູ່ຮ່ວມມືຍຸດທະສາດ. ໃນບັນດາປະເທດ ເອີຣົບ, ແອັດສະປາຍ ແມ່ນປະເທດທຳອິດທີ່ມີການພົວພັນຄູ່ຮ່ວມມືຍຸດທະສາດກັບ ຫວຽດນາມ, ແມ່ນເພື່ອນທີ່ໃຫ້ການສະໜັບສະໜູນ, ການໜູນຊ່ວຍອັນລ້ຳຄ່າດ້ວຍຄວາມຈິງໃຈສຳລັບ ຫວຽດນາມ ໃນຂະບວນວິວັດແຫ່ງການປ່ຽນແປງໃໝ່ ແລະ ພັດທະນາປະເທດຊາດ. ຫວຽດນາມ ແລະ ແອັດສະປາຍ ມີຫຼາຍຈຸດທີ່ຄ້າຍຄືກັນ ເຊັ່ນ ວັດທະນະທຳ, ທີ່ຕັ້ງຍຸດທະສາດ, ມູນເຊື້ອປະຫວັດສາດອັນສະຫງ່າອົງອາດ. ນີ້ກໍແມ່ນພື້ນຖານສຳຄັນເພື່ອໃຫ້ສອງປະເທດສືບຕໍ່ຮ່ວມເດີນທາງ, ແບ່ງປັນ, ໜູນຊ່ວຍເຊິ່ງກັນ ແລະ ກັນ ໃນເສັ້ນທາງພັດທະນາ ແລະ ເປີດກວ້າງການຮ່ວມມືໃນອະນາຄົດ”.

ສ່ວນທ່ານນາຍົກລັດຖະມົນຕີ Pedro Sanchez ຢັ້ງຢືນວ່າ ແອັດສະປາຍ ຍາມໃດກໍສະໜັບສະໜູນ ຫວຽດນາມ ໃນວິວັດແຫ່ງການພັດທະນາ. ຕາມທ່ານນາຍົກລັດຖະມົນຕີ Pedro Sanchez ແລ້ວ, ສອງປະເທດ ອາດຈະມຸ່ງໄປເຖິງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ.

ພາຍຫຼັງການພົບປະ, ນາຍົກລັດຖະມົນຕີສອງທ່ານໄດ້ເປັນສັກຂີພິຍານພິທີລົງນາມໃນເອກະສານຮ່ວມມືຫຼາຍສະບັບ, ໃນນັ້ນ ມີບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມື ແລະ ປຶກສາຫາລືດ້ານການເມືອງລະຫວ່າງກະຊວງການຕ່າງປະເທດ ຫວຽດນາມ ແລະ ກະຊວງການຕ່າງປະເທດ, ສະຫະພາບເອີຣົບ ແລະ ການຮ່ວມມືແອັດສະປາຍ; ບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືດ້ານວັດທະນະທຳ ແລະ ກິລາ ລະຫວ່າງກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ຫວຽດນາມ ກັບກະຊວງວັດທະນະທຳ, ການສອນວິຊາຊີບ ແລະ ກິລາ ແອັດສະປາຍ.

ໃນການຖະແຫຼງຂ່າວທີ່ຈັດຂຶ້ນຫຼັງຈາກນັ້ນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ:

“ສອງຝ່າຍຊົມເຊີຍເລື່ອງເຊັນໂຄງການຮ່ວມມືການເງິນໃໝ່, ສ້າງເງື່ອນໄຂເພື່ອຍົກສູງປະສິດທິຜົນການຮ່ວມມືລົງທຶນໃນບັນດາຂົງເຂດທີ່ສອງປະເທດມີຄວາມສາມາດບົ່ມຊ້ອນ, ມີທ່າແຮງ ແລະ ຄວາມຕ້ອງການຫຼາຍກວ່າເກົ່າ. ຫວຽດນາມ ປາດຖະໜາວ່າ ແອັດສະປາຍ ຈະສືບຕໍ່ໜູນຊ່ວຍການຊຸກຍູ້ບັນດາປະເທດສະຫະພາບເອີຣົບ ທີ່ຍັງເຫຼືອ ໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ ຫວຽດນາມ - ສະຫະພາບເອີຣົບ (EVIPA) ໂດຍໄວ; ຊຸກຍູ້ຄະນະກຳມະການ ເອີຣົບ ຍົກເລີກ “ບັດເຫຼືອງ”  IUU ສຳລັບສິນໃນນ້ຳ ຫວຽດນາມ. ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບບົນພື້ນຖານຂໍ້ຕົກລົງສະບັບຕ່າງໆທີ່ໄດ້ລົງນາມແລ້ວ; ຊຸກຍູ້ການຮ່ວມມືດ້ານວິທະຍາສາດ - ເຕັກໂນໂລຢີ ແລະ ນະວັດຕະກຳ, ກະສິກຳ ແລະ ອາຊີບຫາປາ. ຫວຽດນາມ ປາດຖະໜາຢາກຮ່ວມມືກັບ ແອັດສະປາຍ ໃນການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ.”

ໃນຕອນບ່າຍວັນດຽວກັນ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ໄດ້ພົບປະກັບທ່ານນາຍົກລັດຖະມົນຕີ ແອັດສະປາຍ Pedro Sanchez. 


top