ຂ່າວສານ

ການ​ພົບ​ປະແລກ​ປ່ຽນສະ​ແດງ​ສິ​ລະ​ປະວັນ​ນະ​ຄະ​ດີ​ມິດ​ຕະ​ພາບ ລະ​ຫວ່າງ 3 ປະ​ເທດ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ

ວິທະຍາຄານຕຳຫຼວດ ປະຊາຊົນ ຫາກໍ່ຈັດຕັ້ງລາຍການພົບປະແລກປ່ຽນສະແດງສິລະປະວັນນະຄະດີມິດຕະພາບ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ.

ວິທະຍາຄານຕຳຫຼວດ ປະຊາຊົນ ຫາກໍ່ຈັດຕັ້ງລາຍການພົບປະແລກປ່ຽນສະແດງສິລະປະວັນນະຄະດີມິດຕະພາບ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ.

    

ລາຍການພົວພັນແລກປ່ຽນມິດຕະພາບ ລະຫວ່າງ ສອງປະເທດ ຫວຽດນາມ - ລາວ - ກຳປູເຈຍ (ພາບ: doanthanhnien.vn)

ລາຍການໄດ້ຈັດຕັ້ງໃນໂອກາດສອງປະເທດ ຫວຽດນາມ - ລາວ ສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງທູດ ແລະ 45 ປີແຫ່ງວັນລົງນາມສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ, ສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ກຳປູເຈຍ, ບຸນປີໃໝ່ ຂອງ ປະເທດສປປ.ລາວ ແລະ ບຸນປະເພນີ Chol Chnam Thmay ຂອງ ລາຊະອານາຈັກ ກຳປູເຈຍ.

        ທີ່ລາຍການ, ສູນກາງສະມາຄົມນັກສຶກສາ ຫວຽດນາມ ໄດ້ມອບລາງວັນໃຫ້ແກ່ນັກສຶກສາ ລາວ ແລະ ກຳປູເຈຍ ຫຼາຍຄົນ ທີ່ບັນລຸໄດ້ຜົນງານສູງໃນການຮ່ຳຮຽນຂອງຕົນ. ກໍ່ທີ່ລາຍການນີ້, ບັນດານັກສຶກສາ ລາວ ແລະ ກຳປູເຈຍ ໄດ້ປຸງແຕ່ງບັນດາເຍື່ອງອາຫານພື້ນເມືອງໃນວັນບຸນປີໃໝ່ຂອງປະເທດຕົນ ກໍ່ຄືສະແດງສິລະປະທີ່ເຂັ້ມຂຸ້ນໄປດ້ວຍສີວັດວັດທະນະທຳທີ່ເປັນມູນເຊື້ອຂອງທັງສອງປະເທດ.

(ແຫຼ່ງຄັດຈາກ VOV)


top