ຂ່າວສານ

ການ​ຜັນ​ແປ​ຂ​ອງ​ສະ​ພາບ​ການ​ໂລກ​ລະ​ບາດ Covid – 19 ໃນ​ທົ່ວ​ໂລກ

ໄລ່ຮອດ 6 ໂມງ ວັນທີ 9 ມີນາ, ມີຜູ້ຕິດພະຍາດອັກເສບປອດ Covid – 19 109.838 ຄົນ ແລະ ມີຜູ້ເສຍຊີວິດ 3.805 ຄົນໃນທົ່ວໂລກ. ຝລັ່ງ ແລະ ເຢຍລະມັນ ລ້ວນແຕ່ມີຜູ້ຕິດເຊື້ອ ກ່ວາ 1000ຄົນ, ຢູ່ ອີຕາລີ ຈຳນວນຜູ້ເສຍຊີວິດບັນລຸລະດັບສະຖິຕິ, ບັນດາປະເທດ ບັງກະລາເຫດ, ໂມນດາວີ, ປາຣາກວາຍ, ບຸນກາຣີ ແລະ ມານດີວ ໄດ້ຢັ້ງຢືນບັນດາຜູ້ຕິດເຊື້ອ Covid – 19 ຄົນທຳອິດ.

 ພາບປະກອບ (TTXVN)

ຢູ່ຈີນຈຳນວນຜູ້ຕິດເຊື້ອ CoVid – 19 ໃໝ່ຕື່ມອີກ ແລະ ຈຳນວນຜູ້ເສີຍຊີວິດສືບຕໍ່ມີທ່າຫຼຸດລົງ. ຈີນມີຜູ້ຕິດເຊື້ອ CoVid – 19 80.703 ຄົນ ແລະ ມີຜູ້ເສີຍຊີວິດ 3.098 ຄົນ ໃນນັ້ນມີ ຜູ້ໄດ້ຮັບການປິ່ວປົວຫາຍດີພວມກັບຄືນສູ່ສະພາບປົກກະຕິ 57.333 ຄົນ.

ຢູ່ ສ.ເກົາຫຼີ, ໄລ່ໝົດວັນທີ 8 ມີນາ, ປະເທດນີ້ໄດ້ຮັບເອົາຜູ້ຕິດເຊື້ອໃໝ່ຕື່ມອີກ 367 ຄົນ, ຍົກຍອດຈຳນວນຜູ້ຕິດເຊື້ອ Covid – 19 ຢູ່ປະເທດນີ້ຂຶ້ນເປັນ 7.313 ຄົນ. ນີ້ແມ່ນລະດັບເພີ່ມຂຶ້ນໜ້ອຍທີ່ສຸດນັບແຕ່ວັນທີ 26 ກຸມພາ ແລະ ເປັນວັນທຳອິດໃນ 11 ວັນທີ່ຜ່ານມາ, ຈຳນວນຜູ້ຕິດເຊື້ອໃໝ່ຢູ່ ສ.ເກົາຫຼີຕ່ຳກ່ວາ 400 ຄົນ. ຈຳນວນຜູ້ເສຍຊີວິດ ຢູ່ ສ.ເກົາຫຼີແມ່ນ 50 ຄົນ.ຢູ່ ຍີ່ປຸ່ນ ຈຳນວນຜູ້ຕິດເຊື້ອໄວຣັດ SARS-CoV-2 ຂຶ້ນເປັນ 1.198 ຄົນ ໃນນັ້ນມີ ຜູ້ເສຍຊີວິດ 7 ຄົນ. ຢູ່ ອີີຣານ, ກະຊວງສາທາລະນະສຸກຂອງປະເທດນີ້ຫາກໍ່ໄດ້ຮັບເອົາຜູ້ເສຍຊີວິດຍ້ອນ Covid – 19 ຕື່ມອີກ 49ຄົນ ຍົກຈຳນວນຜູ້ເສຍຊີວິດຢູ່ປະເທດນີ້ຂຶ້ນເປັນ 197 ຄົນ. ໃນຂະນະນັ້ນ, ຈຳນວນຜູ້ຕິດເຊື້ອ Covid – 19 ເພີ່ມຂຶ້ນຢ່າງແຮງຕື່ມອີກ 743 ຄົນ.

 (ແຫຼ່ງຄັດຈາກ VOV)


top