ຂ່າວສານ

ການ​ປ​ອ່ຍ​ເງິນ​ລົງ​ທຶນ​ພາກ​ລັດ: ກຳ​ລັງ​ໜູນ​ສຳ​ຄັນ​ຊຸກ​ຍູ້​ການ​ເຕີບ​ໂຕ​

ຫວຽດນາມ ຫາກໍ່ດຳເນີນການສະຫຼຸບສະພາບການເສດຖະກິດ - ສັງຄົມໃນ 8 ເດືອນ. ໃນບັນດາບັນຫາທີ່ໄດ້ເຕື້ອງເຖິງມີຄວາມໄວໃນການປ່ອຍເງິນລົງທຶນພາກລັດ. ລະອຽດແມ່ນ, ນັບແຕ່ຕົ້ນປີມາຮອດປັດຈຸບັນ ການປ່ອຍເງິນລົງທຶນພາກລັດ ສູງກ່ວາເມື່ອທຽບໃສ່ກັບຊຸມປີກ່ອນທັງກ່ຽວກັບຈຳນວນ ແລະ ຄວາມໄວໃນການປ່ອຍເງິນ. ນີ້ແມ່ນໝາກຜົນທີ່ເປັນໜ້າຊື່ນຊົມໃນສະພາບການທົ່ວປະເທດ ຜັນຂະຫຍາຍການປັບປຸງກົງຈັກ ແລະ ປະຕິບັດຮູບແບບອຳນາດການປົກຄອງທ້ອງຖິ່ນສອງຂັ້ນ.
ພາບປະກອບ: chinhphu.vn

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຮຽກຮ້ອງໃຫ້ສູ້ຊົນ ໝົດໄຕມາທີ III ປີນີ້, ອັດຕາສ່ວນການປ່ອຍເງິນລົງທຶນພາກລັດ ບັນລຸຢ່າງໜ້ອຍສຸດປະມານ 60%ແຜນການ ແລະ ທັງປີບັນລຸ 100%ແຜນການ.

ນຳການປ່ອຍເງິນລົງທຶນເຂົ້າພື້ນຖານເສດຖະກິດໂດຍໄວ

ການປ່ອຍເງິນລົງທຶນພາກລັດ ບໍ່ພຽງແຕ່ແມ່ນບັນດາດ້ານການເງິນເທົ່ານັ້ນ ຫາກຍັງແມ່ນປັດໄຈຫຼັກແຫຼ່ງສ້າງວຽກເຮັດງານທຳ, ກະຕຸກຊຸກຍູ້ການເຕີບໂຕ, ປັບປຸງພື້ນຖານໂຄງລ່າງ, ຮັບປະກັນສະຫວັດດີການ ແລະ ການພັດທະນາແບບຍືນຍົງ.

8 ເດືອນຜ່ານມາ, ຫວຽດນາມ ໄດ້ປ່ອຍເງິນລົງທຶນກ່ວາ 434.000ຕື້ດົ່ງ (ກ່ວາ 19 ຕື້ USD), ເພີ່ມຂຶ້ນກ່ຽວກັບຈຳນວນ ແລະ ອັດຕາສ່ວນເມື່ອທຽບໃສ່ກັບໄລຍະດຽວກັນຂອງປີກາຍນີ້. ພິເສດ, ແຫຼ່ງເງິນທຶນງົບປະມານທ້ອງຖິ່ນໄດ້ຮັບຮູ້ອັດຕາສ່ວນການປ່ອຍເງິນສູງຂຶ້ນເຖິງ 58,3%, ໂດຍສະແດງໃຫ້ເຫັນບົດບາດເປັນເຈົ້າການ ແລະ ຂ້ຽວຂາດຈາກທ້ອງຖິ່ນ ໃນການຜັນຂະຫຍາຍການລົງທຶນພາກລັດ.

ສຳລັບກະຊວງ, ຂະແໜງການ, ກະຊວງກໍ່ສ້າງກໍ່ພວມຍູ້ແຮງການເລີ່ມລົງມືກໍ່ສ້າງ 18 ໂຄງການໃຫຍ່ໃນປີ, ໃນນັ້ນມີຫຼາຍໂຄງການພື້ນຖານໂຄງລ່າງຈຸດສຸມຄື: ເສັ້ນທາງຄວາມໄວສູງ, ເສັ້ນທາງລົດໄຟ, ຂົວ… ຄາດວ່າ ໃນໄຕມາດທີ IV ປີນີ້ຈະມີ 8 ໂຄງການມີຂອບຂະໜາດໃຫຍ່ໄດ້ເລີ່ມລົງມືກໍ່ສ້າງ ສ້າງໄມ້ງັດໃນການປ່ອຍເງິນລົງທຶນຢ່າງແຮງໃນໄລຍະສຸດທ້າຍ. ຕາມທ່ານ ເລແອັງຕວັນ, ຮອງລັດຖະມົນຕີກະຊວງກໍ່ສ້າງແລ້ວ, ບັນດາໂຄງການ, ກິດຈະກຳນຳໃຊ້ທຶນງົບປະມານແຫ່ງລັດຈະສ້າງກອບພື້ນຖານໂຄງລ່າງຍຸດທະສາດ, ຈາກນັ້ນ ຈະນຳພາ ແລະ ດຶງດູດການລົງທຶນຂົງເຂດເອກະຊົນ.

ກຳລັງໜູນສຳຄັນຊຸກຍູ້ການເຕີບໂຕ

ເປົ້າໝາຍເຊິ່ງລັດຖະບານ ຫວຽດນາມ ວາງອອກແມ່ນທ້າຍປີ 2025, ຈະປ່ອຍ100% ເງິນລົງທຶນພາກລັດ. ບັນດາໂທລະເລກ, ຄຳສັ່ງ, ມະຕິໂດຍປະກາດໃຊ້ແຕ່ຕົ້ນປີລ້ວນແຕ່ຮຽກຮ້ອງກະຊວງ, ຂະແໜງການ, ທ້ອງຖິ່ນ ຖືນີ້ແມ່ນໜ້າທີ່ການເມືອງບຸລິມະສິດ, ຕ້ອງສຸມໃສ່ຊີ້ນຳຢ່າງໃກ້ຊິດ.

ປີ 2025, ສະຫຼຸບແຜນການລົງທຶນພາກລັດ ແຫຼ່ງງົບປະມານແຫ່ງລັດ ໄດ້ຮັບເງິນກ່ວາ 1,09 ຕື້ດົ່ງ, ໃນນັ້ນທຶນໂດຍ ນາຍົກລັດຖະມົນຕີ ມອບກວມເອົາເກືອບ 885.000 ຕື້ດົ່ງ, ສ່ວນຍັງເຫຼືອແມ່ນເງິນທຶນສົມດູນຂອງບັນດາທ້ອງຖິ່ນ ແລະ ທຶນຂອງປີກ່ອນໂອນມາ. ໄລຮອດປັດຈຸບັນ, ກ່ວາ 95%ທຶນໄດ້ຮັບການຈັດແບ່ງ.

ເພື່ອເພີ່ມຄວາມໄວໃນການປ່ອຍເງິນລົງທຶນພາກລັດ, ບັນດາມາດຕະການໄດ້ກຳນົດແມ່ນຕ້ອງຈັດແບ່ງສ່ວນທຶນຍັງເຫຼືອໂດຍໄວກ່ອນວັນທີ 30 ກັນຍາ, ສຸມໃສ່ແກ້ໄຂຂໍ້ຕິດຂັດໃນການບຸກເບີກໜ້າພຽງ - ໂດຍໄດ້ຮັບຖືວ່າແມ່ນບັນຫາໃຫຍ່ທີ່ສຸດໃນປັດຈຸບັນ, ປະຕິບັດສຳເລັດກົນໄກແບ່ງຂັ້ນ, ແບ່ງອຳນາດໃຫ້ເໝາະສົມກັບຮູບແບບອຳນາດການປົກຄອງສອງຂັ້ນ.

ດ້ວຍບັນດາໂຄງການສຳຄັນແຫ່ງຊາດ, ເປັນຕົ້ນແມ່ນຂົງເຂດຄົມມະນາຄົມ, ລັດຖະບານຮຽກຮ້ອງໃຫ້ຍູ້ໄວຄວາມຄືບໜ້າເພື່ອກໍ່ສ້າງສຳເລັດເສັ້ນທາງຄວາມໄວສູງຢ່າງໜ້ອຍສຸດ 3000 ກີໂລແມັດ ແລະ ເສັ້ນທາງແຄມທະເລ 1000 ກີໂລແມັດໃນປີ 2025.

ພ້ອມກັນນັ້ນ, ບັນດາໂຄງການນຳໃຊ້ທຶນໜູນຊ່ວຍພັດທະນາຢ່າງເປັນທາງການ (ODA) ຕ້ອງປະຕິບັດລະບຽບການລົງທຶນ, ຮັບເໝົາ, ເຊັນສັນຍາໃຫ້ສຳເລັດໂດຍໄວ.

ທ້ອງຖິ່ນເປັນເຈົ້າການຕໍ່ແຫຼ່ງຮັບ, ມີຂໍ້ສະເໜີເພີ່ມເຕີມທຶນຢ່າງທັນການຖ້າຂາດເຂີນ, ຫຼີກລ້ຽງກໍລະນີຂາດທຶນຜັນຂະຫຍາຍ.ການປະຕິບັດລະບົບລາຍງານ, ອັບ ເດດຂໍ້ມູນໃນລະບົບຂໍ້ມູນແຫ່ງຊາດກ່ຽວກັບການລົງທຶນພາກລັດຢ່າງເຂັ້ມງວດກໍ່ແມ່ນຄວາມຮຽກຮ້ອງຕ້ອງການແບບບັງຄັບ, ເປັນບ່ອນອີ່ງເພື່ອຕິດຕາມກວດກາ, ຕີລາຄາຄວາມຮັບຜິດຊອບຂອງແຕ່ລະຫົວໜ່ວຍ.

ເພື່ອບັນລຸໄດ້ການປ່ອຍເງິນລົງທຶນພາກລັດ 100%ຄືທ່ານນາຍົກລັດຖະມົນຕີມອບໝາຍ, ທ່ານຮອງລັດຖະມົນຕີກະຊວງການເງິນ ເຈິ່ນກວັກເຟືອງ ຖືວ່າ:

ທຸກອົງການ, ຂະແໜງການທ້ອງຖິ່ນຕ້ອງສືບຕໍ່ສຳຫຼວດກວດຄືນ, ຈັດແບ່ງຈຳນວນເງິນທີ່ຍັງເຫຼືອ, ໃນກໍລະນີບໍ່ມີຄວາມຕ້ອງການນຳໃຊ້ຕ້ອງປະຕິບັດບັນດາລະບຽບການ ເພື່ອ ສະເໜີນາຍົກລັດຖະມົນຕີດັດປັບຫຼຸດລົງ ແລະ ສົ່ງຈຳນວນທຶນນີ້ໃຫ້ແກ່ບັນດາທ້ອງຖິ່ນ, ກະຊວງ, ຂະແໜງການ ແລະ ບັນດາໂຄງການອື່ນທີ່ມີຄວາມຕ້ອງການ. ວຽກງານຈັດຕັ້ງຜັນຂະຫຍາຍປະຕິບັດ ກໍ່ຍູ້ໄວຄວາມຄືບໜ້າປະຕິບັດບັນດາໂຄງການເພື່ອມີປະລິມານການປ່ອຍເງິນ, ພິເສດແມ່ນໃນໄລຍະທ້າຍປີຈະມາເຖິງ, ຮີບດ່ວນສຳຫຼວດກວດຄືນບັນດາຂໍ້ຕິດຂັດຂຶ້ນກັບຂົງເຂດຄຸ້ມຄອງ ຫຼື ສິດອຳນາດໃນການຄຸ້ມຄອງຂອງຕົນເພື່ອປະຕິບັດສຳເລັດຢ່າງຮີບດ່ວນ.

ຫວຽດນາມ ວາງເປົ້າໝາຍການເຕີບໂຕ GDP ໃນປີ 2025 ບັນລຸ 8,3 – 8,5%. ຄວາມຄືບໜ້າໃນການປ່ອຍເງິນລົງທຶນພາກລັດ ສືບຕໍ່ໄດ້ຜັນຂະຫຍາຍຢ່າງຄົບຊຸດ, ມີປະສິດທິຜົນ ຈະແມ່ນປະຖົມປັດໄຈສຳຄັນເພື່ອປະຕິບັດເປົ້າໝາຍທັງປີ, ພ້ອມທັງແຜ່ກະຈາຍປະສິດທິຜົນໄປຍັງຫຼາຍຂົງເຂດເສດຖະກິດ - ສັງຄົມໃນຊຸມປີຕໍ່ໄປ.


top