ຂ່າວສານ

ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ: ຈາກ​ຄຳ​ເວົ້າ​ໄປ​ສູ່​ການ​ກະ​ທຳ ຢູ່​ເວ​ທີ​ປາ​ໄສ ສ​ປ​ຊ

ການປ່ຽນແປງຂອງດິນຟ້າອາກາດ ກາຍເປັນໜຶ່ງໃນບັນດາບັນຫາພົ້ນເດັ່ນທີ່ສຸດຢູ່ກອງປະຊຸມ ສະມັດຊາໃຫຍ່ ສປຊ ຄັ້ງທີ 80 (UNGA-80) ທີ່ພວມດຳເນີນຢູ່ ນິວຢອກ. ບັນດາຄຳຄິດເຫັນກົງໄປກົງມາ, ຄຳຮຽກຮ້ອງໂດຍດ່ວນ ແລະ ທັງບັນດາການຂັດແຍ້ງກັນຢ່າງເລິກເຊິ່ງ ສະແດງໃຫ້ເຫັນວ່າ: ດິນຟ້າອາກາດ ບໍ່ພຽງແຕ່ແມ່ນສິ່ງທ້າທາຍດ້ານສິ່ງແວດລ້ອມເທົ່ານັ້ນ ຫາກຍັງແມ່ນ ການທົດລອງຢ່າງຂ້ຽວຂາດໃຫ້ແກ່ຄວາມຮັບຜິດຊອບ, ອິດທິພົນຊື່ສຽງ ແລະ ອະນາຄົດພັດທະນາແບບຍືນຍົງ ຂອງທົ່ວໂລກອີກດ້ວຍ.
ພາບປະກອບ: vietnam.un.org

ຖ້າຄືເມື່ອກ່ອນ, ບັນດາການປຶກສາຫາລືກ່ຽວກັບດິນຟ້າອາກາດເຄີຍໄດ້ເວົ້າເຖິງໃນຂອບເຂດ COP ຫຼື ບັນດາກອງປະຊຸມຫົວເລື່ອງສະເພາະ, ແຕ່ປັດຈຸບັນ ຢູ່ UNGA80, ດິນຟ້າອາກາດກາຍເປັນໜຶ່ງໃນບັນດາຫົວຂໍ້ຈຸດສຸມຂອງໂຄງການດຳເນີນງານ.

ຂີດໝາຍ ແລະ ກຳລັງກົດດັນຈາກມະຕິສະບັບຕ່າງໆ

ໃນຊຸມປີມໍ່ໆມານີ້, ສະມັດຊາໃຫຍ່ ສປຊ ໄດ້ສ້າງຂີດໝາຍບັນດາບາດກ້າວສຳຄັນກ່ຽວຂ້ອງເຖິງດິນຟ້າອາກາດ: ມະຕິໄດ້ຮັບຮອງເອົາສິດທິມະນຸດໄດ້ດຳລົງຊີວິດໃນສິ່ງແວດລ້ອມທີ່ປອດໄສ (2022),ມະຕິໄດ້ຮຽກຮ້ອງສານຍຸຕິທຳສາກົນ ຍົກອອກຄຳເຫັນປຶກສາຫາລືກ່ຽວກັບພັນທະຮັບມືກັບການປ່ຽນແປງຂອງດິນຟ້າອາກາດ (2023), ຫຼືມະຕິສະບັບຫຼ້າສຸດໄດ້ຮຽກຮ້ອງການປົກປັກຮັກສາດິນຟ້າອາກາດເພື່ອຄົນລຸ້ນໃນອະນາຄົດ (2024). ບັນດາການຕົກລົງນີ້, ເຖິງວ່າບໍ່ມີລັກສະນະບັງຄັບ, ແຕ່ກໍ່ໄດ້ປະກອບສ່ວນກຳນົດຂອບເຂດຫຼັກສິນທຳ ແລະ ນິຕິກຳໃຫ້ແກ່ສົງຄາມດ້ານດິນຟ້າອາກາດ. ມັນແມ່ນພື້ນຖານເພື່ອໃຫ້ສັງຄົມພົນລະເຮືອນ, ບັນດາສານແຫ່ງຊາດ ແລະ ປະຊາຄົມສາກົນ ສ້າງກຳລັງກົດດັນບັງຄັບໃຫ້ ລັດຖະບານ ຕ້ອງມີການກະທຳ, ແທນທີ່ພຽງແຕ່ຢຸດຢູ່ຄຳຂວັນ.

ເຖິງຢ່າງໃດກໍຕາມ, ຢູ່ UNGA 80, ໄລຍະຫ່າງລະຫວ່າງຄຳໝັ້ນສັນຍາ ແລະ ການກະທຳຍັງຄົງແມ່ນສິ່ງທ້າທາຍໃຫຍ່. ບັນດາປະເທດມະຫາອຳນາດມີການປ່ອຍອາຍພິດຫຼາຍສືບຕໍ່ຍົກອອກບັນດາເປົ້າໝາຍທີ່ເຕັມໄປດ້ວຍຄວາມມຸ່ງຫວັງ, ແຕ່ການປະຕິບັດມັກຈະຊັກຊ້າ ແລະ ຂາດຄວາມໂປ່ງໄສ. ໃນຂະນະນັ້ນ, ບັນດາປະເທດທີ່ມີຄວາມສ່ຽງສູງກ່ວາໝູ່ ຍ້ອນການປ່ຽນແປງຂອງດິນຟ້າອາກາດ ທີ່ມີແຫຼ່ງກຳລັງທີ່ຈຳກັດ, ພັດປະສົບກັບຄວາມຫຍຸ້ງຍາກໃນການປັບຕົວໃຫ້ແທດເໝາະ, ເອື່ອຍອີ່ງຕໍ່ກົນໄກໜູນຊ່ວຍສາກົນເຊິ່ງມີການເຄື່ອນໄຫວທີ່ບໍ່ມີປະສິດທິຜົນ.

ໜຶ່ງໃນບັນດາບັນຫາຫຼັກແຫຼ່ງແມ່ນໃຫ້ການເງິນດ້ານດິນຟ້າອາກາດ. ບັນດາປະເທດພັດທະນາເຄີຍສັນຍາຈະລະດົມເງິນເປັນຈຳນວນ 100 ຕື້ USD ຕໍ່ປີ ເພື່ອໜູນຊ່ວຍບັນດາປະເທດ ພວມພັດທະນາ, ແຕ່ຕົວເລກຕົວຈິງທີ່ປ່ອຍເງິນແມ່ນຕ່ຳກ່ວານັ້ນຫຼາຍ. ຖ້າການເງິນ ແລະ ເຕັກໂນໂລຢີມາບໍ່ຖືກຍາມ, ບັນດາຄຳໝັ້ນສັນຍາຫຼຸດຜ່ອນການປ່ອຍອາຍພິດ ຫຼືປັບຕົວໃຫ້ແທດເໝາະ ກັບການປ່ຽນແປງຂອງດິນຟ້າອາກາດຈະພຽງແຕ່ແມ່ນຄຳເວົ້າຊື່ໆ.

ຢູ່ UNGA 80 ກໍ່ເຫັນປະຈັກຕາ ບັນດາທັດສະນະທີ່ກົງກັນຂ້າມກັນ. ມີການນຳບໍ່ລັງເລທີ່ຈະໄດ້ປະຕິເສດການປ່ຽນແປງຂອງດິນຟ້າອາກາດ, ຖືນີ້ແມ່ນ “ສິ່ງສໍ້ໂກງໃຫຍ່ທີ່ສຸດໃນໂລກ”, ກ່າວປະນາມບັນດານະໂຍບາຍພະລັງງານທົດແທນ. ບັນດາຄຳເຫັນນີ້, ເຖິງວ່າກໍ່ຄວາມໂຕ້ຖ້ຽງກັນ ແຕ່ຍັງສ່ອງແສງຄວາມຈິງທີ່ວ່າ ຜົນປະໂຫຍດດ້ານເສດຖະກິດ ແລະ ການເມືອງພວມສະກັດກັ້ນ ຄວາມມານະພະຍາຍາມລວມ.

ຄວາມຫວັງຈາກກຳລັງກົດດັນທົ່ວໂລກ

ສະມັດຊາໃຫຍ່ ສປຊ ມີທ່າໄດ້ປຽບພິເສດນັ້ນແມ່ນ: ທຸກປະເທດ, ເຖິງວ່າໃຫຍ່ຫຼືນ້ອຍ, ລ້ວນແຕ່ມີສິດລົງປະຊາມະຕິທີ່ເທົ່າທຽມກັນ. ກົນໄກນີ້ໄດ້ສ້າງເງື່ອນໄຂໃຫ້ແກ່ບັນດາປະເທດທີ່ມີຄວາມສ່ຽງສູງກ່ວາໝູ່ ຍ້ອນການປ່ຽນແປງຂອງດິນຟ້າອາກາດ ເພື່ອນຳສຽງເວົ້າຂອງຕົນ ໄປຍັງປະຊາຄົມສາກົນ. ເຖິ່ງຢ່າງໃດກໍຕາມ, ມະຕິຂອງສະມັດຊາໃຫຍ່ ບໍ່ພຽງແຕ່ມີລັກສະນະບັງຄັບດັ່ງນັ້ນ ການປະຕິບັດແມ່ນອີງໃສ່ເຈັດຕະນາດີແຫ່ງຊາດ ແລະ ກຳລັງກົດດັນຂອງຫາງສຽງທັງໝົດ. ເພາະສະນັ້ນ, ເພື່ອຫັນກຳລັງກົດດັນທາງການເມືອງ ກາຍເປັນການກະທຳລະອຽດ, ຕ້ອງມີການສົມທົບກັບບັນດາກົນໄກນິຕິກຳ, ການເງິນ ແລະ ເຕັກນິກອື່ນໆ.

ເຖິງວ່າຍັງມີຄວາມບໍ່ລົງລອຍກັນຫຼາຍຢ່າງ, ແຕ່ UNGA 80 ຍັງເປີດຄວາມຫວັງ. ການປະກົດທີ່ນັບມື້ນັບຫຼາຍຂຶ້ນຂອງບັນຫາດິນຟ້າອາກາດ ໃນໂຄງການດຳເນີນງານຂອງ ສປຊ ໝາຍຄວາມວ່າບັນຫານີ້ບໍ່ສາມາດບໍ່ເວົ້າເຖິງໃນການເຈລະຈາ. ໄປຄຽງຄູ່ກັນນັ້ນ, ຖ້າຄຳເຫັນປຶກສາຫາລືຂອງສາກົນຍຸຕິທຳສາກົນ ກ່ຽວກັບພັນທະຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ໄດ້ຮັບການນຳໃຊ້ໃນວົງກວ້າງ, ກອບນິຕິກຳສາກົນທີ່ມີລັກສະນະບັງຄັບກ່ວາອີກອາດສາມາດສ້າງຂຶ້ນໃນອະນາຄົດ.

ກຳລັງກົດດັນຈາກສັງຄົມພົນລະເຮືອນ, ຊາວໜຸ່ມ ແລະ ບັນດາຂະບວນການ ທົ່ວໂລກຍ້ອນວ່າດິນຟ້າອາກາດພວມໄດ້ສ້າງກຳລັງໜູນບໍ່ຫນ້ອຍ. ໃນສະພາບການນັ້ນ, ເວທີປາໄສ ສປຊແມ່ນສະຖານທີ່ເໝາະສົມເພື່ອຫັນກຳລັງກົດດັນຈາກ ຫາງສຽງກາຍເປັນຖະແຫຼງການການເມືອງ, ຈາກຖະແຫຼງການເມືອງກາຍເປັນມະຕິ ແລະ ຈາກມະຕິກາຍເປັນການກະທຳລະອຽດຢູ່ແຕ່ລະປະເທດ. ການປ່ຽນແປງຂອງດິນຟ້າອາກາດບໍ່ລໍຖ້າ. ບັນດາເຫດພາຍຸທີ່ຮ້າຍແຮງ, ໄພແຫ້ງແລ້ງທີ່ແກ່ຍາວ, ໄຟໄໝ້ປ່າ, ນ້ຳທະເລຂຶ້ນສູງ… ພວມເກີດຂຶ້ນໃນແຕ່ລະວັນ. ສະມັດຊາໃຫຍ່ສປຊ ອາດບໍ່ແມ່ນສະຖານທີ່ປະກາດໃຫ້ກົດໝາຍບັງຄັບ, ແຕ່ແນ່ນອນວ່າແມ່ນສະຖານທີ່ສ້າງກຳລັງກົດດັນດ້ານການເມືອງ ແລະ ຫຼັກສິນທຳໃຫຍ່ທີ່ສຸດ, ບັງຄັບໃຫ້ບັນດາປະເທດຕ້ອງເບິ່ງຄືນຄວາມຮັບຜິດຊອບຂອງຕົນ. ກອງປະຊຸມຄັ້ງທີ 80 ນີ້ສະແດງໃຫ້ເຫັນວ່າ: ການປ່ຽນແປງຂອງດິນຟ້າອາກາດບໍ່ພຽງແຕ່ແມ່ນບັນຫາສິ່ງແວດລ້ອມ ເທົ່ານັ້ນ, ຫາກຍັງແມ່ນໄມ້ວັດແທກອິດທິພົນຊື່ສຽງ, ຄວາມຮັບຜິດຊອບຂອງທັງປະຊາຄົມສາກົນອີກດ້ວຍ.


top