ຂ່າວສານ

ການ​ປະ​ທະ​ກັນ ຮາ​ມາດ​ສ - ອິດ​ສະ​ຣາ​ແອັນ: ຄະ​ນະ ອິດ​ສະ​ຣາ​ແອັນ ພົບ​ປະ​ກັບ​ນັກ​ໄກ​່​ເກ່ຍຢູ່ ກາ​ຕາ

ວິວັດທະນາການເຈລະຈາ ຢຸດຍິງຢູ່ເຂດ ກາຊາ ບັນລຸໄດ້ຄວາມຄືບໜ້າຈຳນວນໜຶ່ງ ເມື່ອຄະນະ ອິດສະຣາແອັນ ໄປຍັງ ກາຕາ ເພື່ອພົບປະກັບບັນດາຄົນກາງໄກ່ເກ່ຍ.
ຜູ້ອຳນວຍການອົງການສືບລາຊະການລັບ Mossad ຂອງ ອິດສະຣາແອັນ, ທ່ານ David Barnea (ພາບ:AFP/TTXVN)

ວັນທີ 5 ກໍລະກົດ, ບັນດາແຫຼ່ງຂ່າວຈາກຕາເວັນອອກກາງ ໃຫ້ຮູ້ວ່າ ຜູ້ອຳນວຍການອົງການສືບລາຊະການລັບ Mossad ຂອງ ອິດສະຣາແອັນ, ທ່ານ David Barnea ໄດ້ເຈລະຈາກັບບັນດານັກໄກ່ເກ່ຍຢູ່ Doha, ນະຄອນຫຼວງ   ຂອງກາຕາ, ໃນຄວາມມານະພະຍາຍາມຫຼ້າສຸດ ແນໃສ່ບັນລຸໄດ້ຂໍ້ຕົກລົງຢຸດຍິງຢູ່ເຂດ ກາຊາ ແລະ ປ່ອຍຕົວປະກັນ ແຕ່ ບໍ່ບັນລຸໄດ້ຖະແຫຼງການໃດໆ. ຕາມ ໂຄສົກຂອງທ່ານນາຍົກລັດຖະມົນຕີ ອິດສະຣາແອັນ  Benjamin Netanyahu ແລ້ວ, ນີ້ແມ່ນການເຈລະຈາຮອບທຳອິດລະຫວ່າງຄະນະຜູ້ແທນ ອິດສະຣາແອັນ ກັບບັນດານັກໄກ່ເກ່ຍຢູ່ Doha. ຄາດວ່າ ໃນອາທິດໜ້າ, ຄະນະຜູ້ແທນຈະກັບເມືອ ກາຕາ ຄືນໃໝ່ ເພື່ອສືບຕໍ່ບັນດາການເຈລະຈາຮອບໃໝ່ ເພາະວ່າ ລະຫວ່າງສອງຝ່າຍຍັງມີຄວາມແຕກຕ່າງກັນ.

ໃນຂະນະນັ້ນ, ກຳລັງ ເຮໂບລາ ຢູ່ລີບັງ ໃນວັນທີ 5 ກໍລະກົດ ຖະແຫຼງວ່າ ເລື່ອງນຳຖານທີ່ໝັ້ນການທະຫານຂອງກອງທັບ ອິດສະຣາແອັນ ບາງແຫ່ງເປັນເປົ້າໝາຍແມ່ນເພື່ອໂຕ້ຕອບບັນດາບັ້ນບຸກໂຈມຕີຂອງ ອິດສະຣາແອັນ ທີ່ເລັ່ງໃສ່ບັນດາໝູ່ບ້ານຢູ່ທາງທິດໃຕ້ ລີບັງ.


top