ຂ່າວສານ ການປະທະກັນ ອາເມລິກາ - ອີີຣານ: ມີລູກເຮືອກວ່າ 6.000 ຄົນຍັງຕິດຄ້າງຢູ່ຊ່ອງແຄບທະເລ Hormuz 25/07/2026 ກ່ຽວກັບຊ່ອງແຄບທະເລ Hormuz, ອົງການສິດທິມະນຸດ ຂຶ້ນກັບ ສປຊ ໄດ້ຮຽກຮ້ອງໃຫ້ບັນດາປະເທດທີ່ກ່ຽວຂ້ອງການປະທະກັນນີ້, ຊ່ວຍອົບພະຍົບ ແລະ ພາບັນດາລູກເຮືອ 6.000 ຄົນທີ່ພວມຖືກຕິດຄ້າງຢູ່ນີ້ ກັບເມືອປະເທດໂດຍດ່ວນ. ລູກເຮືອຄົນໜຶ່ງຖືກຕິດຄ້າງຢູ່ຊ່ອງແຄບທະເລ Hormuz (ພາບປະກອບ: ຊິນຮົວ/VNA) ວັນທີ 24 ກໍລະກົດ, ສື່ມວນຊົນ ອາເມລິກາ ໃຫ້ຮູ້ວ່າ ອີຣານ ພວມຍູ້ໄວວິວັດການຟື້ນຟູບັນດາພື້ນຖານໂຄງລ່າງທີ່ຖືກທຳລາຍໃນການປະທະກັນກັບ ອາເມລິກາ ແລະ ອິດສະລາແອັນ. ໜັງສືພິມ Wall Street Journal ໄດ້ຄັດສະເໜີພາບຖ່າຍຈາກດາວທຽມໂດຍໃຫ້ຮູ້ວ່າ ອີຣານ ພວມສ້າງບັນດາຮາກຖານລູກສອນໄຟຢູ່ໃຕ້ດິນ, ບັນດາຂົວ, ລະບົບທ່າກຳປັ່ນ ແລະ ບັນດາຮາກຖານຜະລິດຢ່າງວ່ອງໄວ. ແຫຼ່ງຂ່າວກໍ່ຢັ້ງຢືນຄວາມໄວໃນການຟື້ນຟູຂອງ ອີຣານ ໄດ້ດຳເນີນໄວກວ່າການຄາດຄະເນ, ອັນໄດ້ສ້າງຄວາມວິຕົກກັງວົນຕໍ່ເຈົ້າໜ້າທີ່ ອິດສະລາແອັນ ຫຼາຍຄົນ. ກ່ຽວກັບສະພາບການປະທະກັນ, ກຳລັງພິທັກປະຕິວັດອິດສະລາມ ອີຣານ ໃນວັນດຽວກັນກໍ່ຮຽກຮ້ອງໃຫ້ປະຊາຊົນໃນບັນດາປະເທດທີ່ມີກອງທັບ ອາເມລິກາ ຕັ້ງທັບ, ຕ້ອງຫຼີກອອກຈາກບັນດາຕຶກອາຄານທີ່ກຳລັງນີ້ກຳນົດວ່າແມ່ນບ່ອນພັກອາໄສຂອງນາຍທະຫານ ອາເມລິກາ ເພື່ອຮັບປະກັນຄວາມປອດໄພ. ກ່ຽວກັບຊ່ອງແຄບທະເລ Hormuz, ອົງການສິດທິມະນຸດ ຂຶ້ນກັບ ສປຊ ໄດ້ຮຽກຮ້ອງໃຫ້ບັນດາປະເທດທີ່ກ່ຽວຂ້ອງການປະທະກັນນີ້, ຊ່ວຍອົບພະຍົບ ແລະ ພາບັນດາລູກເຮືອ 6.000 ຄົນທີ່ພວມຖືກຕິດຄ້າງຢູ່ນີ້ ກັບເມືອປະເທດໂດຍດ່ວນ.

ກ່ຽວກັບຊ່ອງແຄບທະເລ Hormuz, ອົງການສິດທິມະນຸດ ຂຶ້ນກັບ ສປຊ ໄດ້ຮຽກຮ້ອງໃຫ້ບັນດາປະເທດທີ່ກ່ຽວຂ້ອງການປະທະກັນນີ້, ຊ່ວຍອົບພະຍົບ ແລະ ພາບັນດາລູກເຮືອ 6.000 ຄົນທີ່ພວມຖືກຕິດຄ້າງຢູ່ນີ້ ກັບເມືອປະເທດໂດຍດ່ວນ. ລູກເຮືອຄົນໜຶ່ງຖືກຕິດຄ້າງຢູ່ຊ່ອງແຄບທະເລ Hormuz (ພາບປະກອບ: ຊິນຮົວ/VNA) ວັນທີ 24 ກໍລະກົດ, ສື່ມວນຊົນ ອາເມລິກາ ໃຫ້ຮູ້ວ່າ ອີຣານ ພວມຍູ້ໄວວິວັດການຟື້ນຟູບັນດາພື້ນຖານໂຄງລ່າງທີ່ຖືກທຳລາຍໃນການປະທະກັນກັບ ອາເມລິກາ ແລະ ອິດສະລາແອັນ. ໜັງສືພິມ Wall Street Journal ໄດ້ຄັດສະເໜີພາບຖ່າຍຈາກດາວທຽມໂດຍໃຫ້ຮູ້ວ່າ ອີຣານ ພວມສ້າງບັນດາຮາກຖານລູກສອນໄຟຢູ່ໃຕ້ດິນ, ບັນດາຂົວ, ລະບົບທ່າກຳປັ່ນ ແລະ ບັນດາຮາກຖານຜະລິດຢ່າງວ່ອງໄວ. ແຫຼ່ງຂ່າວກໍ່ຢັ້ງຢືນຄວາມໄວໃນການຟື້ນຟູຂອງ ອີຣານ ໄດ້ດຳເນີນໄວກວ່າການຄາດຄະເນ, ອັນໄດ້ສ້າງຄວາມວິຕົກກັງວົນຕໍ່ເຈົ້າໜ້າທີ່ ອິດສະລາແອັນ ຫຼາຍຄົນ. ກ່ຽວກັບສະພາບການປະທະກັນ, ກຳລັງພິທັກປະຕິວັດອິດສະລາມ ອີຣານ ໃນວັນດຽວກັນກໍ່ຮຽກຮ້ອງໃຫ້ປະຊາຊົນໃນບັນດາປະເທດທີ່ມີກອງທັບ ອາເມລິກາ ຕັ້ງທັບ, ຕ້ອງຫຼີກອອກຈາກບັນດາຕຶກອາຄານທີ່ກຳລັງນີ້ກຳນົດວ່າແມ່ນບ່ອນພັກອາໄສຂອງນາຍທະຫານ ອາເມລິກາ ເພື່ອຮັບປະກັນຄວາມປອດໄພ. ກ່ຽວກັບຊ່ອງແຄບທະເລ Hormuz, ອົງການສິດທິມະນຸດ ຂຶ້ນກັບ ສປຊ ໄດ້ຮຽກຮ້ອງໃຫ້ບັນດາປະເທດທີ່ກ່ຽວຂ້ອງການປະທະກັນນີ້, ຊ່ວຍອົບພະຍົບ ແລະ ພາບັນດາລູກເຮືອ 6.000 ຄົນທີ່ພວມຖືກຕິດຄ້າງຢູ່ນີ້ ກັບເມືອປະເທດໂດຍດ່ວນ.