ຂ່າວສານ

ການ​ປະ​ຕິ​ວັດ​ເດຶອນ​ສິງ​ຫາ: ເວ​ເນ​ຊູ​ເອ​ລາ ຖື ຫວຽດ​ນາມ​ ແມ່ນ​ແບບ​ຢ່າງ​ທີ່​ອົງ​ອາດ​ກ້າ​ແກ່ນ

ວັນທີ 19 ສິງຫາ, ລັດຖະບານ ເວເນຊູເອລາ ໄດ້ສົ່ງສານອວຍພອນເຖິງພັກ, ລັດ, ປະຊາຊົນ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນປະຕິວັດເດືອນ ສິງຫາ ປະສົບຜົນສຳເລັດຢ່າງຈົບງາມ.
ລາຍການສິລະປະພິເສດ "ເອກອ້າງທະນົງໃຈທີ່ເປັນຊາວ ຫວຽດນາມ" ຖືກຈັດຂຶ້ນໃນວັນທີ 17 ສິງຫາ 2025 ຢູ່ຮ່າໂນ້ຍ

ໃນແຈ້ງການສື່ມວນຊົນໂດຍກະຊວງການຕ່າງປະເທດ ເວເນຊູເອລາ ປະກາດແລ້ວນັ້ນ, ລັດຖະບານ ເວເນຊູເອລາ ເນັ້ນໜັກວ່າ ວັນທີ 19 ສິງຫາ 1945 ແມ່ນ “ຂີດໝາຍປະຫວັດສາດກ່ຽວກັບເຈດຈຳນົງ ແລະ ຄວາມຕັດສິນໃຈ” ຂອງຊາດ ຫວຽດນາມ, ເປັນພະຍານຫຼັກຖານສະແດງໃຫ້ໂລກເຫັນໄດ້ເຖິງນ້ຳໃຈບໍ່ຍອມຈຳນົນ ພ້ອມດ້ວຍຄວາມຕັດສິນໃຈອັນກ້າແກ່ນເພື່ອເປັນເຈົ້າຂອງຊາຕະກຳຂອງຕົນ”.

        ລັດຖະບານ ເວເນຊູເອລາ ຢັ້ງຢືນວ່າ ຫວຽດນາມ ແລະ ເວເນຊູເອລາ ໄດ້ແບ່ງປັນທັດສະນະຄ້າຍຄືກັນໃນບັນດາເວທີປາໄສສາກົນເປັນປະຈຳ, ພ້ອມກັນສະໜັບສະໜູນລັດທິຫຼາຍຝ່າຍ ແລະ ການຮ່ວມມື ໃຕ້ - ໃຕ້. ພິເສດ, ເວເນຊູເອລາ ຍາມໃດກໍສະແດງຄວາມສະໜັບສະໜູນຕໍ່ ຫວຽດນາມ ໃນບັນດາບັນຫາສາກົນ.


top