ຂ່າວສານ

ການ​ນຳ​ໂລກ ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ເລື່ອງ ຫວຽດ​ນາມ ໄດ້​ເຊັນ​ຂໍ້​ຕົກ​ລົງ​ຄູ່​ຮ່ວມ​ມື​​ປ່ຽນ​ແປງ​ດ້ານ​ພະ​ລັງ​ງານຢ່າງ​ຍຸ​ຕິ​ທຳ

ທ່ານເລຂາທິການໃຫຍ່ ສປຊ Antonio Guterres ໄດ້ເນັ້ນໜັກວ່າ ຫວຽດນາມ ແມ່ນປະເທດນຳໜ້າດ້ວຍຂອບເຂດໃໝ່ເພື່ອແນໃສ່ຫັນປ່ຽນພະລັງງານແບບຍືນຍົງ ແລະ ຍຸຕິທຳ ມຸ່ງໄປເຖິງການສ້າງແຫຼ່ງພະລັງງານຜະລິດຄືນໃໝ່.
  ຫວຽດນາມ ໄດ້ຮັບການໜູນຊ່ວຍເງິນເປັນຈຳນວນ 1,5 ຕື້ USD ຈາກ JETP   

ວັນທີ 14 ທັນວາ, ລັດຖະບານອັງກິດໄດ້ລົງຂ່າວວ່າ ຫວຽດນາມ ແລະ ກຸ່ມບັນດາຄູ່ຮ່ວມມືສາກົນ ບັນລຸໄດ້ຂໍ້ຕົກລົງຄູ່ຮ່ວມມືການປ່ຽນແປງດ້ານພະລັງງານຢ່າງຍຸຕິທຳ (JETP). ຂໍ້ຕົກລົງ JETP ນີ້ຈະຊ່ວຍຫວຽດນາມ ປະຕິບັດເປົ້າໝາຍຫຼຸດຜ່ອນການປ່ອຍທາດກາກບອນໃນປີ 2050, ຍູ້ໄວວຽກງານຫັນປ່ຽນພະລັງງານຟອກຊິວ ໄປຍັງພະລັງງານສະອາດ. ຕາມນັ້ນແລ້ວ, ບັນດາຄູ່ຮ່ວມມືສາກົນຈະ ລະດົມບ້ວງການເງິນຈາກພາກລັດ ແລະ ເອກະຊົນ ໃນເບື້ອງຕົ້ນທີ່ມີມູນຄ່າ 15,5ຕື້ USD ໃນໄລຍະເວລາ ແຕ່ 3 – 5 ປີ ເພື່ອໜູນຊ່ວຍວິວັດການຫັນເປັນສີຂຽວຂອງຫວຽດນາມທີ່ໄດ້ຮັບການປະຕິບັດໄວກ່ວານີ້ອີກ. ຫວຽດນາມ ແມ່ນປະເທດທີ 3 ພາຍຫຼັງ ອາບຟຼິກກາໃຕ້ ແລະ ອິນໂດເນເຊຍເຊັນຂໍ້ຕົກລົງສະບັບນີ້ ກັບບັນດາຄູ່ຮ່ວມມືສາກົນ.

ການນຳບາງທ່ານໃນໂລກ ໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍການກະທຳຂອງ ຫວຽດນາມ. ທ່ານເລຂາທິການໃຫຍ່ ສປຊ Antonio Guterres ໄດ້ເນັ້ນໜັກວ່າ ຫວຽດນາມ ແມ່ນປະເທດນຳໜ້າດ້ວຍຂອບເຂດໃໝ່ເພື່ອແນໃສ່ຫັນປ່ຽນພະລັງງານແບບຍືນຍົງ ແລະ ຍຸຕິທຳ ມຸ່ງໄປເຖິງການສ້າງແຫຼ່ງພະລັງງານຜະລິດຄືນໃໝ່. ທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້້ເນັ້ນໜັກວ່າ ຫວຽດນາມ ໄດ້ເສີມຂະຫຍາຍບົດບາດເປັນການນຳໃນວິວັດການຫັນປ່ຽນພະລັງງານສະອາດ ເພື່ອແນໃສ່ບັນລຸໄດ້ຄວາມໝັ້ນຄົງທາງດ້ານພະລັງງານໄລຍະບາວ, ທ່ານຢັ້ງຢືນວ່າ ຄຳໝັ້ນສັນຍາຂອງ ຫວຽດນາມ ຈະແມ່ນກຳລັງໜູນການເຕີບໂຕທາງດ້ານເສດຖະກິດ, ພ້ອມທັງຊຸກຍູ້ການຕໍ່ສູ້ຕ້ານການປ່ຽນແປງຂອງດິນຟ້າອາກາດໃນທົ່ວໂລກ.

ໃນຂະນະນັ້ນ, ທ່ານນາຍົກລັດຖະມົນຕີ ການາດາ Justin Trudeau ໄດ້ໃຫ້ຄຳໝັ້ນສັນຍາຈະສືບຕໍ່ແມ່ນຄູ່ຮ່ວມມືໃຫ້ແກ່ວິວັດການຫັນເປັນພະລັງງານສະອາດຢູ່ ຫວຽດນາມ ເພື່ອອະນາຄົດມີພະລັງງານສະອາດ ແລະ ຍືນຍົງ ຢູ່ມະຫາສະມຸດອິນເດຍ - ປາຊີຟິກ.


top