ການນຳເຂົ້າ - ສົ່ງອອກປີນີ້ຂອງ ຫວຽດນາມ ຄາດວ່າບັນລຸລະດັບ “ສູງສະຖິຕິ” ດ້ວຍມູນຄ່າກວ່າ 920 ຕື້ USD, ໃນນັ້ນ, ການສົ່ງອອກຄາດວ່າບັນລຸ 470 ຕື້ USD, ເຊິ່ງເປັນຕົວເລກສູງສະຖິຕິກ່ຽວກັບການນຳເຂົ້າ - ສົ່ງອອກ ນຳ ຫວຽດນາມ ຖືກຈັດເຂົ້າກຸ່ມ 20 ປະເທດແຖວໜ້າ ກ່ຽວກັບມູນຄ່າການຄ້ານຳເຂົ້າສົ່ງອອກ.
ໃນການໂອ້ລົມສົນທະນາພາຍໃຕ້ຫົວຂໍ້ “ມາດຕະການເຕີບໂຕນຳເຂົ້າສົ່ງອອກສູງ ແລະ ຍືນຍົງ” ໂດຍກະຊວງອຸດສາຫະກຳ ແລະ ການຄ້າ ຈັດຂຶ້ນໃນຕອນເຊົ້າວັນທີ 16 ທັນວາ, ຢູ່ຮ່າໂນ້ຍ, ທ່ານ ເຈິ່ນແທັງຫາຍ, ຮອງຫົວໜ້າກົມນຳເຂົ້າສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໃຫ້ຮູ້ວ່າ:
ການໂອ້ລົມສົນທະນາພາຍໃຕ້ຫົວຂໍ້ “ມາດຕະການເຕີບໂຕນຳເຂົ້າສົ່ງອອກສູງ ແລະ ຍືນຍົງ” (ພາບ: ກະຊວງອຸດສາຫະກຳ ແລະ ການຄ້າ)
“ກ່ຽວກັບດ້ານໂຄງປະກອບ, ພວກເຮົາກໍມີການຫັນປ່ຽນຢ່າງຕັ້ງໜ້າ ເມື່ອ 85% ປະເພດສິນຄ້າສົ່ງອອກໃນປັດຈຸບັນແມ່ນກຸ່ມສິນຄ້າກ່ຽວກັບອຸດສາຫະກຳ. ຫວນຄືນໄລຍະກ່ອນປີ 1995, ປັດຈຸບັນ ພວກເຮົາໄດ້ມີຄວາມແຕກຕ່າງກັນຫຼາຍແລ້ວ, ເມື່ອກຸ່ມເຊື້ອເພີງ, ແຮ່່ທາດ ພຽງແຕ່ກວມເອົາອັດຕາສ່ວນໜ້ອຍທີ່ສຸດ, ແລະ ກຸ່ມສິນຄ້າອຸດສາຫະກຳ ມີອັດຕາສົ່ງອອກໃຫຍ່ສຸດ. ກ່ຽວກັບການນຳເຂົ້າ, ເຖິງ 90% ບັນດາປະເພດສິນຄ້ານຳເຂົ້າໃນສະພາບເປັນວັດຖຸດິບ, ວັດສະດຸສຳຮອງເພື່ອຮັບໃຊ້ໃຫ້ແກ່ການເຄື່ອນໄຫວຜະລິດ ກໍຄືການສົ່ງອອກ, ສ່ວນຍັງເຫຼືອ ຈຶ່ງແມ່ນບັນດາປະເພດສິນຄ້າຮັບໃຊ້ຊີວິດປະຈຳວັນຂອງປະຊາຊົນ”.