ຂ່າວສານ

ການ​ນຳ​ຫວຽດ​ນາມ ​ຂຽນ​ປຶ້ມ​ໄວ້​ອາ​ໄລ​ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່ນ Abe Shinzo

ຕອນເຊົ້າວັນທີ 11 ກໍລະກົດ, ທ່ານປະທານປະເທດຫວຽດນາມ ຫງວຽນຊັວນຝຸກ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ໄປສະຖານທູດຍີ່ປຸ່ນ ປະຈຳຫວຽດນາມ ເພື່ຂຽນປຶ້ມໄວ້ອາໄລ ອະດີດນາຍົກລັດຖະມົນຕີຍີ່ປຸ່ນ Abe Shinzo.

ຕອນເຊົ້າວັນທີ 11 ກໍລະກົດ, ທ່ານປະທານປະເທດຫວຽດນາມ ຫງວຽນຊັວນຝຸກ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ໄປສະຖານທູດຍີ່ປຸ່ນ ປະຈຳຫວຽດນາມ ເພື່ຂຽນປຶ້ມໄວ້ອາໄລ ອະດີດນາຍົກລັດຖະມົນຕີຍີ່ປຸ່ນ Abe Shinzo.

    

ທ່ານປະທານປະເທດ ຫງວຽນຊັວນຝຸກ ຂຽໜປຶ້ມໄວ້ອາໄລ ອະດີດນາຍົກລັດຖະມົນຕີຍີ່ປຸ່ນ Abe Shinzo (ພາບ: Minh Sơn/Vietnam+)

 ໃນປຶ້ມໄວ້ອາໄລ, ທ່ານປະທານປະເທດ ຫງວຽນຊັວນຝຸກ ໄດ້ສະແດງຄວາມເສົ້າສະຫຼົດໃຈໄປຍັງເຈົ້າຊີວິດ, ປຊຊ ຍີ່ປຸ່ນ ແລະ ຍາດຕິພີ່ນ້ອງ ອະດີດນາຍົກລັດຖະມົນຕີຍີ່ປຸ່ນ Abe Shinzo. ຍາມໃດ, ການນຳ ແລະ ປຊຊ ຫວຽດນາມ ເຄົາລົບນັບຖື ແລະ ຈົດຈຳອາລົມຈິດອັນເລິກເຊິ່ງ ແລະ ການສະໜັບສະໜູນ, ການໜູນຊ່ວຍທີ່ມີຄ່າ ຊື່ງທ່ານ ສະຫງວນ Abe Shinzo ໃຫ້ແກ່ປະທເດຊາດ ແລະ ຊາວຫວຽດນາມ ກໍ່ຄືການພົວພັນຮ່ວມມືມິດຕະພາບລະຫວ່າງສອງປະເທດ.

   ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ຂຽນວ່າ ທ່ານ Abe Shinzo ແມ່ນເພື່ອນຜູ້ໃຫ່ຍ, ສະໜິດສະໜົມ, ຮັກແພງທີ່ສຸດຂອງການນຳ ແລະ ປຊຊ ຫວຽດນາມ. ທ່ານ Abe Shinzo ເຖິງແກ່ມໍລະນະກຳ ແມ່ນຄວາມເສຍຫາຍອັນໃຫ່ຍຫຼວງສຳລັບປະເທດຍີ່ປຸ່ນ ແລະ ປະຊາຄົມໂລກ, ໃນນັນມີຫວຽດນາມ. ໃນໄລຍະເວລາທ່ານດຳລົງຕຳແໜ່ງນາຍົກລັດຖະມົນຕີຍີ່ປຸ່ນ, ການພົວພັນຮ່ວມມືມິດຕະພາບຫວຽດນາມ-ຍີ່ປຸ່ນ ໄດ້ກ້າວເຂົາສູ່ໄລຍະໃໝ່, ພັດທະນາຢ່າງດີງາມ ດ້ວຍບັນດາຂີດໝາຍເລິກເຊິ່ງ.

(ແຫຼ່ງຄັດຈາກ VOV)


top