ຂ່າວສານ

ການ​ນຳ​ລັດ​ຖະ​ບານ, ສະ​ພາ​ແຫ່ງ​ຊາດ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ

ວັນທີ 20 ມິຖຸນາ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຟ້າມບິ່ງມິງ ໄດ້ພົບປະກັບຜູ້ມີສິດເລືອກຕັ້ງ ເມືອງ ເດິດໂດ, ແຂວງບ່າເຣ້ຍ - ຫວູງເຕົ່າ ພາຍຫຼັງກອງປະຊຸມສາໄໝສາມັນເທື່ອທີ 3, ສະພາແຫ່ງຊາດຊຸດທີ XV.
  ທ່ານຮອງນາລັດຖະມົນຕີ ຫວຽດນາມ ຟ້າມບິ່ງມິງ ກ່າວຄຳເຫັນທີ່ການພົບປະ (ພາບ: TTXVN)  

ທ່ານຮອງນາລັດຖະມົນຕີ ຟ້າມບິ່ງມິງ ໄດ້ຮັບຮູ້ ແລະ ອະທິບາຍບັນດາຄຳເຫັນທີ່ຜູ້ມີສິດເລືອກຕັ້ງຍົກອອກມາ, ພ້ອມທັງໃຫ້ຮູ້ວ່າ: ໄພເງິນເຟີ້ແມ່ນບັນຫາທີ່ເປັນໜ້າກັງວົນໃນປັດຈຸບັນ. ເຖິງວ່າຫວຽດນາມ ຄວບຄຸມໄດ້ລະດັບໄພເງິນເຟີ້ຢູ່ລະດັບອະນຸຍາດ (ຢູ່ລະດັບ 2,25% ເມື່ອທຽບອະນຸຍາດໃຫ້ 4% GDP) ແຕ່ອາດຈະສືບຕໍ່ເພີ່ມຜົນສະທ້ອນໂດຍກົງຕໍ່ຊີວິດການເປັນຢູ່. ລັດຖະບານ ແລະ ບັນດາກະຊວງ, ຂະແໜງການ ໄດ້ປະຕິບັດຫຼາຍມາດຕະການເພື່ອຫຼຸດຜ່ອນກຳລັງດັ່ນລາຄານ້ຳມັນເພີ່ມຂຶ້ນ, ຈຳກັດການສົ່ງອອກຝຸ່ຍ, ຮັກສາລາຄາພາຍໃນປະເທດ ກໍ່ຄືປະຕິບັດບັນດາເຄື່ອງມືຫຼຸດຜ່ອນລາຄາລວມໃຫ້ແກ່ປະຊາຊົນໃນທົ່ວປະເທດ.

ແລະກໍ່ໃນຕອນເຊົ້າວັນທີ 20 ມິຖຸນາ, ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີ້ນ ໄດ້ພົບປະກັບຜູ້ມີສິດເລືອກຕັ້ງເມືອງ ລອງມີ້, ແຂວງເຮົ້າຢາງ. ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ໄດ້ຮັບຮູ້ບັນດາຄຳເຫັນຂອງຜູ້ມີສິດເລືອກຕັ້ງສົ່ງມາລັດຖະບານ ແລະ ສະພາແຫ່ງຊາດ, ມອບໃຫ້ການນຳແຂວງ ເຮົ້າຢາງ ເພື່ອແກ້ໄຂບັນດາບັນຫາທີ່ຂຶ້ນກັບສິດອຳນາດຂອງທ້ອງຖິ່ນ.


top