ຂ່າວສານ

ການ​ນຳ​ພັກ​ແຮງ​ງານ ທ່ານ Keir Starmer ກາຍ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຄົນ​ໃໝ່​ຂອງ​ອັງ​ກິດ

ທ່ານ Keir Starmer ນາຍົກລັດຖະມົນຕີຄົນໃໝ່ ໄດ້ມີບົດກ່າວປາໄສທຳອິດຢູ່ເຮືອນເລກທີ 10 ຖະໜົນ Downing ຕໍ່ໜ້າສຳນັກງານນາຍົກ, ໃນນັ້ນ ໄດ້ເນັ້ນໜັກເຖິງວຽກງານທີ່ຈະໄດ້ສຸມໃສໃນຕໍ່ໜ້າແມ່ນຕ້ອງສ້າງລັດຖະບານໃໝ່ໂດຍໄວ.
  ທ່ານ Keir Starmer, ນາຍົກລັດຖະມົນຕີຄົນໃໝ່ ແລະ ພັນລະຍາ (ພາບ:Reuters)  

ທ່ານ Keir Starmer, ການນຳພັກແຮງງານ ອັງກິດ ໄດ້ກາຍເປັນນາຍົກລັດຖະມົນຕີຄົນໃໝ່ຂອງປະເທດນີ້ ພາຍຫຼັງທີ່ເຂົ້າພົບ ມະຫາກະສັດ Charles III ຢູ່ວັງ Buckingham ຢູ່ນະຄອນຫຼວງ ລອນດອນ, ໃນວັນທີ 5 ກໍລະກົດ ຕາມເວລາທ້ອງຖິ່ນ. ທ່ານ Keir Starmer ນາຍົກລັດຖະມົນຕີຄົນໃໝ່ ໄດ້ມີບົດກ່າວປາໄສທຳອິດຢູ່ເຮືອນເລກທີ 10 ຖະໜົນ Downing ຕໍ່ໜ້າສຳນັກງານນາຍົກ, ໃນນັ້ນ ໄດ້ເນັ້ນໜັກເຖິງວຽກງານທີ່ຈະໄດ້ສຸມໃສໃນຕໍ່ໜ້າແມ່ນຕ້ອງສ້າງລັດຖະບານໃໝ່ໂດຍໄວ.

ທ່ານ Keir Stamer ຢັ້ງຢືນວ່າ ຈະມານະພະຍາຍາມເພື່ອນຳມາເຊິ່ງຄວາມໄວ້ເນື້ອເຊື່ອໃຈໃຫ້ແກ່ປະຊາຊົນ ແລະ ໃຫ້ຄຳໝັ້ນສັນຍາວ່າ ຈະເຮັດໃຫ້ປະເທດຊາດມີໂສມໜ້າໃໝ່, ໃນນັ້ນ ປັບປຸງພື້ນຖານໂຄງລ່າງ, ການສຶກສາ ແລະ ເຮືອນຢູ່ດ້ວຍລາຄາທີ່ເໝາະສົມ.

ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີຄົນໃໝ່ຂອງ ອັງກິດ ໄດ້ປະກາດລັດຖະບານໃໝ່.


top