ຂ່າວສານ

ການ​ນຳ​ພັກ, ລັດ​ຖະ​ບານ​ຫວຽດ​ນາມຕ້ອນຮັບທ່ານຮອງນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ

      ຕອນບ່າຍວັນທີ 24 ຕຸລາ ຢູ່ ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟູຈ້ອງ ໄດ້ຕ້ອນຮັບທ່ານຮອງນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ລັດຖະບານ ລາວ ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. 

ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ໄດ້ຕ້ອນຮັບທ່ານຮອງນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ
ພາບ:TTXVN
      ນະທີ່ນີ້ ທ່ານຮອງນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ໄດ້ຢືນຢັນ: ລັດຖະບານ ລາວ ຈະສົມທົບກັນຢ່າງແຫນ້ນແຟ້ນກັບລັດຖະບານຫວຽດນາມ ຊີ້ນຳບັນດາກະຊວງ, ຂະແຫນງການ, ທ້ອງຖິ່ນກ່ຽວຂ້ອງ ຜັນຂະຫຍາຍ ປະຕິບັດບັນດາຂໍ້ຕົກລົງລະຫວ່າງການນຳຂັ້ນສູງສອງພັກ, ສອງລັດ ຢ່າງມີປະສິດທິຜົນ. ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ສະເຫນີ ສອງລັດຖະບານສົມທົບກັນຊີ້ນຳບັນດາກະຊວງ, ຂະແຫນງການ, ທ້ອງຖິ່ນ, ວິສາຫະກິດ ເປັນເຈົ້າການ ຕັ້ງຫນ້າສົມທົບກັນຜັນຂະຫຍາຍບັນດາຖະແຫລງການຮ່ວມ ຫວຽດນາມ - ລາວ, ບັນດາຂໍ້ຕົກລົງຂັ້ນສຸງລະຫວ່າງການນຳສອງພັກ, ສອງລັດ, ບັນດາສັນຍາການຮ່ວມມືລະຫວ່າງສອງລັດຖະບານ ແລະ ບັນດາໂຄງການ, ແຜນການຮ່ວມມືລະຫວ່າງສອງຝ່າຍຢ່າງມີປະສິດທິຜົນ. ພ້ອມກັນນັ້ນ ຕັ້ງຫນ້າ, ເປັນເຈົ້າການ ກະກຽມໃຫ້ກອງປະຊຸມຄັ້ງທີ 40 ຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ລາວ, ສືບຕໍ່ສົມທົບກັນຈັດຕັ້ງບັນດາການເຄື່ອນໄຫວ “ປີສາມັກຄີມິດຕະພາບ ຫວຽດນາມ - ລາວ”.
      ຕອນບ່າຍວັນດຽວກັນ, ກ່າວຄຳເຫັນທີ່ການຕ້ອນຮັບທ່ານຮອງນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖືວ່າ: ສອງປະເທດ ຄວນຊຸກຍູ້ການຮ່ວມມືບັນດາໂຄງການລົງທຶນ, ໃນນັ້ນ ມີໂຄງການໃຫ້ຝ່າຍລາວຮ່ວມມືຂຸດຄົ້ນທ່າກຳປັ່ນ ຫວູງອາງ ຂອງຫວຽດນາມ ແລະ ຫວຽດນາມ ພ້ອມແລ້ວທີ່ຈະສ້າງເງື່ອນໄຂສະດວກເພື່ອໃຫ້ຝ່າຍລາວ ຂຸດຄົ້ນບັນດາຂົວທ່າກຳປັ່ນ ຢູ່ຫວູງອາງ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເຫນີ ສອງຝ່າຍຮ່ວມມືຢ່າງແຫນ້ນແຟ້ນເພື່ອຜັນຂະຫຍາຍບັນດາໂຄງການກ່ຽວຂ້ອງເຖິງພື້ນຖານໂຄງລ່າງ, ຂຸດຄົ້ນປຸງແຕ່ງແຮ່ທາດ ແລະ ບັນດາໂຄງການຮ່ວມມືອື່ນໂດຍໄວ. 
(ແຫຼ່ງຄັດຈາກ VOV)

top