ຂ່າວສານ

ການ​ນຳ​ພັກ, ລັດເຂົ້າສຸ​ສານ​ອາ​ໄສ​ຫາ​ປະ​ທານ ໂຮ່​ຈີ​ມິນ

ເຂົ້າຮ່ວມພິທີອາໄລຫາມີທ່ານປະທານປະເທດ ຫວໍວັນເຖືອງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໂດວັນຈຽນ.
ບັນດາການນຳພັກ, ລັດ ເຂົ້າສຸສານອາໄລຫາປະທານໂຮ່ຈີມິນ (ພາບ: VGP)

ເນື່ອງໃນໂອກາດສະເຫຼີມສະຫຼອງ 48 ປີແຫ່ງວັນທ້ອນໂຮມປະເທດຊາດເປັນເອກະພາບ (30 ເມສາ 1975 – 30 ເມສາ 2023), ຕອນເຊົ້າວັນທີ 28 ເມສາ, ຄະນະຜູ້ແທນຂັ້ນສູງຄະນະບໍລິຫານງານສູນກາງພັກ, ປະທານປະເທດ, ສະພາແຫ່ງຊາດ,  ລັດຖະບານ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ໄປວາງພວງມາລາ, ອາໄລຫາປະທານໂຮ່ຈີມິນ, ຢູ່ສຸສານໂຮ່ຈີມິນນະຄອນຫຼວງຮ່າໂນ້ຍ.

ເຂົ້າຮ່ວມພິທີອາໄລຫາມີທ່ານປະທານປະເທດ ຫວໍວັນເຖືອງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໂດວັນຈຽນ ພ້ອມກັບບັນດາອະດີດການນຳພັກ, ລັດ, ສະພາແຫ່ງຊາດ.

ຕໍ່ໜ້າດວງໜ້າວິນຍານປະທານໂຮ່ຈີມິນ, ຄະນະຜູ້ແທນໄດ້ສະແດງຄວາມຮູ້ບຸນຄຸນ, ຄວາມເຄົາລົບນັບຖືຕໍ່ຄຸນງາມຄວາມດີອັນຍິ່ງໃຫຍ່ຂອງເພິ່ນຕ່ໍ່ພາລະກິດແຫ່ງການປະຕິວັດ ຂອງພັກ ແລະ ຊາດ ຫວຽດນາມ.

ຫຼັງຈາກນັ້ນ, ຄະນະຜູ້ແທນໄດ້ໄປວາງພວງມາລາ ອາໄລຫາບັນດານັກຮົບວິລະຊົນເສຍສະລະຊີວິດເພື່ອຊາດ ຢູ່ອະນຸສາວະລີບັນດານັກຮົບວິລະຊົນເສຍສະລະຊີວິດເພື່ອຊາດຢູ່ຖະໜົນບັກເຊີນ, ສະແດງຄວາມຮູ້ບຸນຄຸນຕໍ່ ລູກຫຼານດີເດັ່ນຂອງຊາດຜູ້ທີ່ຍອມເສຍສະລະເລືອດເນື້ອຂອງຕົນ, ກ້າຫານຕໍ່ສູ້, ຍອມເສຍສະລະຊີວິດເພື່ອພື້ນຖານເອກະລາດ, ຄວາມເສລີຂອງຊາດ, ເພື່ອຄວາມຜາສຸກຂອງປະຊາຊົນ.


top