ຂ່າວສານ

ການ​ນຳ​ພັກ, ລັດ ເຂົ້າ​ສຸ​ສານ​ໄຫວ້​ອາ​ໄລ​ປະທານ ໂຮ່​ຈີ​ມິນ

ບັນດາການນຳພັກ, ລັດ ໄດ້ສະແດງຄວາມຮູ້ບຸນຄຸນທີ່ມີຕໍ່ປະທານໂຮ່ຈີມິນ, ຜູ້ກໍ່ຕັ້ງ, ນຳພາພັກຄອມມຸນິດ ຫວຽດນາມ.
  ບັນດາການນຳພັກ, ລັດ ເຂົ້າສຸສານ ໄຫວ້ອາໄລປະທານໂຮ່ຈີມິນ   

ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄ້າຍວັນເກີດຂອງປະທານ ໂຮ່ຈີມິນ ຄົບຮອບ 133 ປີ (19 ພຶດສະພາ 1890 – 19 ພຶດສະພາ 2023), ຕອນເຊົ້າວັນທີ 18 ພຶດສະພາ, ຢູ່ຮ່າໂນ້ຍ, ຄະນະຜູ້ແທນຄະນະບໍລິຫານງານສູນກາງພັກ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ເຂົ້າສຸສານ ວາງພວງມາລາ, ອາໄລຫາປະທານໂຮ່ຈີມິນ.

        ເຂົ້າຮ່ວມພິທີໄຫວ້ອາໄລດັ່ງກ່າວ ມີທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ; ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໂດ້ວັນຈຽນ.

ບັນດາການນຳພັກ, ລັດ ໄດ້ສະແດງຄວາມຮູ້ບຸນຄຸນທີ່ມີຕໍ່ປະທານໂຮ່ຈີມິນ, ຜູ້ກໍ່ຕັ້ງ, ນຳພາພັກຄອມມຸນິດ ຫວຽດນາມ. ຫຼັງຈາກນັ້ນ, ຄະນະຜູ້ແທນ ກໍໄດ້ວາງພວງມາລາ, ຖະຫວາຍທູບທຽນ ອາໄລຫາບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ ຢູ່ ອະນຸສາວະລີບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ ຖະໜົນບັກເຊີນ.

 


top