ຂ່າວສານ

ການ​ນຳ​ພັກ, ລັດ ເຂົ້າ​ຄຳ​ນັບ​ສຸ​ສານ​ອາ​ໄລ​ຫາ​ປະ​ທານ ໂຮ່​ຈີ​ມິນ ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 50 ປີ​ແຫ່ງວັນ​ປົດ​ປ່ອຍ​ພາກ​ໃຕ້ ຫວຽດ​ນາມ, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ

ຕອນເຊົ້າວັນທີ 29 ເມສາ, ຄະນະຜູ້ແທນຄະນະບໍລິຫານງານສູນກາງ ພັກຄອມມູນິດ ຫວຽດນາມ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ວາງພວງມາລາ, ຄ່ຳນັບສຸສານອາໄລຫາປະທານ ໂຮ່ຈີມິນ.
ຄະນະຜູ້ແທນລາອາໄລຫາປະທານ ໂຮ່ຈີມິນ

ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດເປັນເອກະພາບ (ວັນທີ 30 ເມສາ 1975 – 30 ເມສາ 2025), ຕອນເຊົ້າວັນທີ 29 ເມສາ, ຄະນະຜູ້ແທນຄະນະບໍລິຫານງານສູນກາງ ພັກຄອມມູນິດ ຫວຽດນາມ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ວາງພວງມາລາ, ຄ່ຳນັບສຸສານອາໄລຫາປະທານ ໂຮ່ຈີມິນ ແລະ ຈູດທູບທຽນອາໄລຫາບັນດານັກຮົບວິລະຊົນຢູ່ອະນຸສາວະລີບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດຢູ່ຖະໜົນ ບັກເຊີນ. ເຂົ້າຮ່ວມພິທີອາໄລຫາ ມີທ່ານເລຂາທິການໃຫຍ່ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ. 

ຄະນະຜູ້ແທນວາງພວງມາລາ ອາໄລຫາບັນດານັກຮົບວິລະຊົນຢູ່ອະນຸສາວະລີບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດຢູ່ຖະໜົນ ບັກເຊີນ

ຕໍ່ໜ້າດວງວິນຍານຂອງປະທານ ໂຮ່ຈີມິນ, ຄະນະຜູ້ແທນໄດ້ສະແດງຄວາມຮູ້ບຸນຄຸນຢ່າງລົ້ນເຫຼືອ, ຄວາມເຄົາລົບນັບຖືອາໄລອາວອນຕໍ່ຄຸນງາມຄວາມດີອັນຍິ່ງໃຫຍ່ຂອງເພິ່ນທີ່ມີຕໍ່ ພາລະກິດປະຕິວັດຂອງພັກ ແລະ ຊາດ ຫວຽດນາມ.

  ຢູ່ນະຄອນ ໂຮ່ຈີມິນ, ຕອນເຊົ້າໃນວັນດຽວກັນ, ການນຳນະຄອນ ໂຮ່ຈີມິນ ໄດ້ໄປວາງພວງມາລາອາໄລຫາຢູ່ເຂດສຸສານນັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ ນະຄອນ ໂຮ່ຈີມິນ ແລະ ວິຫານອາໄລຫານັກຮົບເສຍສະຫຼະຊີວິດເພື່ອຊາດ ເບັ໊ນເຢືອກ, ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ເມືອງ ກູຈີ.


top