ການນຳຂັ້ນສູງລາວ ຢືນຢັນວ່າຈະສືບຕໍ່ສະໜັບສະໜູນ ແລະ ສ້າງເງື່ອນໄຂອຳນວຍຄວາມສະດວກ ເພື່ອໃຫ້ການພົວພັນດ້ານປ້ອງກັນຊາດລະຫວ່າງສອງປະເທດ ນັບມື້ນັບພັດທະນາຢ່າງແທດຈິງ ແລະ ມີປະສິດທິຜົນ
ທ່ານພົນເອກ ຫງວຽນຈ້ອງເຫງັ້ຍ ຫົວໜ້າກົມໃຫ່ຍການເມືອງກອງທັບ ປຊຊ ຫວຽດນາມ ແລະ ທ່ານເລຂາທິການໃຫ່ຍ ປະທານປະເທດລາວ ທອງລຸນ ສີສຸລິດ (ພາບ: VNA)
ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ລາວ, ຕອນເຊົ້າວັນທີ 6 ສິງຫາ, ທີ່ສຳນັກງານຫ້ອງວ່າການສູນກາງພັກ ປຊຊ ປະຕິວັດລາວ, ທ່ານພົນເອກ ຫງວຽນຈ້ອງເຫງັ້ຍ ຫົວໜ້າກົມໃຫ່ຍການເມືອງກອງທັບ ປຊຊ ຫວຽດນາມ ພ້ອມດ້ວຍຄະນະພະນັກງານການເມືອງຂັ້ນສູງ ໄດ້ເຂົ້າຢ້ຽມຂ່ຳນັບທ່ານເລຂາທິການໃຫ່ຍ ປະທານປະເທດລາວ ທອງລຸນ ສີສຸລິດ ແລະ ທ່ານນາຍົກລັດຖະມົນຕີລາວ ສອນໄຊ ສີພັນດອນ.
ທ່ານພົນເອກ ຫງວຽນຈ້ອງເຫງັ້ຍ ໄດ້ລາຍງານວ່າ ກອງປະຊຸມພົບປະລະຫວ່າງຄະນະ ກົມໃຫ່ຍການເມືອງກອງທັບ ປຊຊ ສອງປະເທດ ໄດ້ປະສົບຜົນສຳເລັດຢ່າງຈົບງາມ ແລະ ເນັ້ນໜັກວ່າ: ສອງຝ່າຍໄດ້ເຫັນດີເປັນເອກະພາບ ໂດຍຕີລາຄາສູງໝາກຜົນການຮ່ວມມືສຳຄັນ ຊື່ງບັນດາອົງການ, ກົມກອງສອງຝ່າຍບັນລຸໄດ້ໃນການຜັນຂະຫຍາຍຄວາມຮັບຮູ້ລວມຂອງການນຳຂັ້ນສູງກະຊວງປ້ອງກັນປະເທດ ແລະ ກອງທັບສອງປະເທດ.
ການນຳຂັ້ນສູງລາວ ຢືນຢັນວ່າຈະສືບຕໍ່ສະໜັບສະໜູນ ແລະ ສ້າງເງື່ອນໄຂອຳນວຍຄວາມສະດວກ ເພື່ອໃຫ້ການພົວພັນດ້ານປ້ອງກັນຊາດລະຫວ່າງສອງປະເທດ ນັບມື້ນັບພັດທະນາຢ່າງແທດຈິງ ແລະ ມີປະສິດທິຜົນ, ປະກອບສ່ວນປັບປຸງ ແລະ ຮັດແໜ້ນ ການພົວພນສາມັກຄີມິດຕະພາບແບພິເສດ, ຄວາມສະໜິດຕິດພັນລະຫວ່າງກອງທັບ ແລະ ປຊຊ ສອງປະເທດໃຫ້ຫຼາຍກ່ວາອີກ.