ຂ່າວສານ

ການ​ນຳ​ພັກ, ລັດ ຢ້ຽ​ມຢ​າມ, ອວຍ​ພອນ​ປີ​ໃໝ່​ບັນ​ດາ​ທ້ອງ​ຖິ່ນ, ຫົວ​ໜ່ວຍ​ຕ່າງໆ

ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ ຫວຽດນາມ ປີມະເສັງ 2025, ວັນທີ 21 ມັງກອນ, ມີການນຳພັກ, ລັດ ຫຼາຍທ່ານ ໄດ້ພ້ອມກັບຄະນະປະຕິບັດງານລົງຢ້ຽມຢາມ, ອວຍພອນປີໃໝ່, ມອບຂອງຂວັນຢູ່ທ້ອງຖິ່ນ ແລະ ຫົວໜ່ວຍຕ່າງໆ.
ທ່ານປະທານປະເທດ ເລືອງເກື່ອງ ແລະ ກອງບັນຊາການຕຳຫຼວດເຄື່ອນທີ (ພາບ: TTXVN)

ເນື່ອງໃນໂອກາດບຸນເຕັດປີມະເສັງປີ 2025, ຕອນບ່າຍວັນທີ 22 ມັງກອນ, ທ່ານປະທານປະເທດ ເລືອງເກື່ອງ ໄດ້ໄປຢ້ຽມຢາມ, ອວຍພອນພະນັກງານ, ນັກຮົບກອງບັນຊາການກຳລັງພິທັກຮັກສາ, ກະຊວງຕຳຫຼວດ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານປະທານປະເທດ ຊີ້ແຈ້ງວ່າ, ປີ 2025 ແມ່ນປີທີ່ມີຄວາມໝາຍສຳຄັນພິເສດ, ແມ່ນປີຈັດກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນ, ກ້າວໄປເຖິງກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກ, ໜ້າທີ່ຂອງກຳລັງພິທັກຮັກສາໃນປີ 2025 ແລະ ໃນຊຸມປີຕໍ່ໄປແມ່ນໜັກໜ່ວງທີ່ສຸດ. ບົນຈິດໃຈນັ້ນ, ທ່ານສະເໜີໃຫ້ກຳລັງພິທັກຮັກສາຕຳຫຼວດປະຊາຊົນ ສຸມໃສ່ມານະພະຍາຍາມ, ສູ້ຊົນສ້າງກຳລັງໃຫ້ຕອບສະໜອງໄດ້ຄວາມຮຽກຮ້ອງ, ໜ້າທີ່ໃນສະພາບການໃໝ່. ທ່ານກໍ່ຖືວ່າ, ກຳລັງພິທັກຮັກສາແມ່ນກຳລັງພິເສດ, ຕ້ອງເພີ່ມທະວີ, ເປີດກວ້າງການຮ່ວມມືສາກົນກັບກຳລັງຄວາມໝັ້ນຄົງ, ກຳລັງພິທັກຮັກສາຂອງບັນດາປະເທດ.

      ເນື່ອງໃນໂອກາດນີ້, ທ່ານປະທານປະເທດ ເລືອງເກື່ອງ ກໍ່ໄດ້ມອບຂອງຂວັນໃຫ້ພະນັກງານ, ນັກຮົບກອງບັນຊາການພິທັກຮັກສາ, ກະຊວງຕຳຫຼວດ ຫວຽດນາມ.

ກ່ອນໜ້ານັ້ນ, ເມື່ອໄປຢ້ຽມຢາມ, ອວຍພອນບຸນເຕັດ ແລະ ມອບຂອງຂວັນໃຫ້ພະນັກງານ, ນັກຮົບກົມຕຳຫຼວດສືບສວນອາດຊະຍາກຳເສດຖະກິດ, ສໍ້ລາດບັງຫຼວງ, ຄ້າຂາຍເຖື່ອນ (ກົມຕຳຫຼວດສືບສວນອາດຍະຍາກຳເສດຖະກິດ - C03) ໃນຕອນບ່າຍວັນທີ 21 ມັງກອນ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຫງວຽນຮວ່າບິ່ງ ໄດ້ເນັ້ນໜັກວ່າ ໃນບັນດາໝາກຜົນອັນຕັ້ງໜ້າເຊິ່ງກົມ C03 ບັນລຸໄດ້ໃນໄລຍະຜ່ານມາກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ການຟຸມເຟືອຍ, ຄ້າຂາຍເຖື່ອນ ໄດ້ປະກອບສ່ວນຢ່າງໃຫຍ່ຫຼວງ ແລະ ມີປະສິດທິຜົນເຂົ້າໃນການຮັກສາລະບຽບວິໄນໃນການຄຸ້ມຄອງເສດຖະກິດ.

 ກໍໃນວັນທີ 21 ມັງກອນ, ຢູ່ແຂວງ ດ້ຽນບຽນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ພ້ອມດ້ວຍຄະນະປະຕິບັດງານໄດ້ລົງຢ້ຽມຢາມ ແລະ ມອບຂອງຂວັນປີໃໝ່ ໃຫ້ບັນດານັກຮົບ ດ້ຽນບຽນ, ຢ້ຽມຢາມບັນດາຄອບຄົວເປົ້າໝາຍນະໂຍບາຍ, ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ, ຜູ້ມີອາຍຸພັກ 70 ປີ, ບັນດາຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກໃນບໍລິເວນນະຄອນ ດ້ຽນບຽນຝູ ແລະ ບັນດາເດັກນ້ອຍຢູ່ຮາກຖານອຸປະກະລະສັງຄົມສັງລວມ ດຽນບຽນ ແລະ ສູນເດັກພິການ SOS ດ້ຽນບຽນ. ເນື່ອງໃນໂອກາດນີ້, ກຳມະບານກະຊວງການຕ່າງປະເທດ, ຄະນະກຳມະການຊາຍແດນແຫ່ງຊາດ ໄດ້ມອບເງິນຈຳນວນ 150 ລ້ານດົ່ງ (ເກືອບ 6.000 USD) ໜູນຊ່ວຍແຂວງ ດ້ຽນບຽນ ປຸກເຮືອນໃຫ້ບັນດາຄອບຄົວທຸກຍາກທີ່ຖືກຜົນສະທ້ອນຈາກໄພທຳມະຊາດ; ມອບຂອງຂວັນຈຳນວນ 22 ພຸດໃຫ້ບັນດາຄອບຄົວທຸກຍາກຢູ່ເມືອງ ຕົວຈົ່ວ, ແຂວງ ດ້ຽນບຽນ.

 


top