ຂ່າວສານ

ການ​ນຳ​ບັນ​ດາ​ປະ​ເທດ ອາ​ຊຽນ ພົບ​ປະ​ກັບ​ພະ​ບາດ​ສົມ​ເດັດພະ​ບໍ​ລົມ​ມະ​ນຽດ ແຫ່ງ​ລາ​ຊະ​ອາ​ນາ​ຈັກກຳ​ປູ​ເຈຍ

ວັນທີ 10 ພະຈິກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພ້ອມກັບການນຳບັນດາປະເທດ ສະມາຊິກ ອາຊຽນ ໄດ້ພົບປະກັບທ່ານ ພະບາດສົມເດັດພະບໍລົມມະນຽດ Norodom Sihamoni ແຫ່ງລາຊະອານາຈັກກຳປູເຈຍ ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 40, 41 ແລະ ບັນດາກອງປະຊຸມຂັ້ນສູງທີ່ກ່ຽວຂ້ອງຢູ່ນະຄອນຫຼວງ ພະນົມເປັນ.
  ການນຳບັນດາປະເທດ ອາຊຽນ ພົບປະກັບພະບາດສົມເດັດພະບໍລົມມະນຽດ ແຫ່ງລາຊະອານາຈັກກຳປູເຈຍ  

ທີ່ການພົບປະ, ພະບາດສົມເດັດພະບໍລົມມະນຽດ Norodom Sihamoni ແຫ່ງລາຊະອານາຈັກກຳປູເຈຍ ເນັ້ນໜັກວ່າ ກຳປູເຈຍມີຄວາມຫວັງຊຸກຍູ້ນ້ຳໃຈສາມັກຄີ ແລະ ການສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ສ້າງພື້ນຖານຢ່າງໝັ້ນແກ່ນ ໃຫ້ແກ່ຜົນສຳເລັດຂອງ ອາຊຽນ, ເພີ່ມທະວີຄວາມມານະພະຍາຍາມ ຟື້ນຟູແບບຍືນຍົງຫຼັງພະຍາດໂຄວິດ - 19, ພັດທະນາເສດຖະກິດ - ສັງຄົມຢ່າງກົມກຽວ ແລະ ເຮັດໃຫ້ການພົວພັນມິດຕະພາບ ລະຫວ່າງບັນດາປະເທດ ອາຊຽນ ແລະ ຄູ່ຮ່ວມມືເລິກເຊິ່ງກວ່າອີກ. ໂດຍຕາງໜ້າ ອາຊຽນ, ສົມເດັດພະລາຊາທິບໍດີ Hassanal Bolkiah ຂອງ ບຣູໄນ (ປະເທດດຳລົງຕຳແໜ່ງປະທານໝູນວຽນອາຊຽນປີ 2021) ແລະ ທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo (ປະເທດດຳລົງຕຳແໜ່ງປະທານໝູນວຽນອາຊຽນປີ 2023) ໄດ້ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການບໍລິຫານຂອງ ກຳປູເຈຍ ໃນຖານະເປັນປະທານອາຊຽນ 2022, ບັນດາກອງປະຊຸມຂັ້ນສູງ ອາຊຽນ ຈະບັນລຸໝາກຜົນຢ່າງແທດຈິງ. ການນຳສອງທ່ານຢັ້ງຢືນຈະສະໜັບສະໜູນ ກຳປູເຈຍ, ຮັບປະກັນຜົນສຳເລັດຂອງບັນດາກອງປະຊຸມເວົ້າສະເພາະ ແລະ ຂອງປີປະທານອາຊຽນ ເວົ້າລວມ, ສ້າງປະຖົມປັດໄຈ ແລະ ກຳລັງໜູນ ໃຫ້ແກ່ການຮ່ວມມືຂອງ ອາຊຽນ ໃນຊຸມປີຈະມາເຖິງ ບົນຈິດໃຈ “ວິໄສທັດດຽວ, ສີສັນດຽວ, ປະຊາຄົມດຽວ”.


top