ຂ່າວສານ

ການ​ນຳ​ນະ​ຄອນ​ໂຮ່​ຈີ​ມິນ ພົບ​ປະ​ກັບ​ອົງ​ການ​ຜ​ູ້ຕາງ​ໜ້າ​ຕ່າງ​ປະ​ເທດ

ເນື່ອງໃນໂອກາດຕ້ອນຮັບລະດູບານໃໝ່ປີແມວ 2023, ຕອນຄ່ຳວັນທີ 16 ມັງກອນ, ຢູ່ນະຄອນໂຮ່ຈີມິນ, ການນຳນະຄອນໂຮ່ຈີມິນ ໄດ້ພົບປະກັບ ຫົວໜ້າສະຖານກົງສູນໃຫຍ່, ຫົວໜ້າບັນດາອົງການຈັດຕັ້ງຕ່າງປະເທດ, ຫ້ອງວ່າການເສດຖະກິດ - ວັດທະນະທຳ, ສະຫະພັນວິສາຫະກິດ ບັນດາປະເທດ, ເຂດແຄ້ວນປະຈຳນະຄອນໂຮ່ຈີມິນ.
  ທ່ານຟານວັນມ໊າຍ, ປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ກ່າວຄຳເຫັນທີ່ການພົບປະ (ພາບ: plo.vn)  

ກ່າວຄຳເຫັນທີ່ການພົບປະ, ທ່ານຟານວັນມ໊າຍ, ປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ໄດ້ຕີລາຄາສູງການປະກອບສ່ວນຂອງ ອົງການຜູ້ຕາງໜ້າ ຕ່າງປະເທດ ປະຈຳ ນະຄອນໂຮ່ຈີມິນ ໃນຄວາມມານະພະຍາຍາມຟື້ນຟູ ແລະ ພັດທະນາເສດຖະກິດຫຼັງພະຍາດໂຄວິດ - 19. ບັນດາການປະກອບສ່ວນຢ່າງແທດຈິງນີ້ ໄດ້ສ້າງກາລະໂອກາດໃຫ້ແກ່ນະຄອນ ໃນການດຶງດູດ ແລະ ຍາດແຍ່ງແຫຼ່ງກຳລັງສາກົນ ເພື່ອພັດທະນາບັນດາເປົ້າໝາຍຂອງແຜນການ 5 ປີ 2021 – 2025 ແລະ ບັນລຸໄດ້ບັນດາຜົນສຳເລັດ ສຳຄັນໃນປີ 2022.

ສ່ວນທ່ານ Roy Kho Ngee Seng ຫົວໜ້າສະຖານກົງສູນໃຫຍ່ ສິງກະໂປ ປະຈຳ ນະຄອນ ໂຮ່ຈີມິນ, ຫົວໜ້າຄະນະກົງສູນປະຈຳ ນະຄອນໂຮ່ຈີມິນ ຢັ້ງຢືນວ່າ ຄະນະກົງສູນ ມີຄວາມຫວັງຢາກສົມທົບກັບອຳນາດການປົກຄອງນະຄອນ ຢ່າງແໜ້ນແຟ້ນ ເພື່ອຫັນບັນດາເປົ້າໝາຍພັດທະນາເສດຖະກິດໃຫ້ປະກົດຜົນເປັນຈິງ, ຮ່ວມມືກັບນະຄອນ ໃນບັນດາຂົງເຂດຄື: ແລກປ່ຽນວັດທະນະທຳສິລະປະ, ການສຶກສາ, ການບໍລິຫານລັດ, ສາທາລະນະສຸກ, ເສດຖະກິດຂຽວ ແລະ ເສດຖະກິດດີຈີຕອນ…


top