ຂ່າວສານ

ການ​ນຳ​ນະ​ຄອນ​ດ່າ​ນັ້ງ​ໃຫ້​ການ​ຕ້ອນ​ຮັບ​ຫົວ​ໜ້າ​ສະ​ຖານ​ກົງ​ສູນ ສ​ປ​ປ.ລາວ ຄົນ​ໃໝ່

ຕອນບ່າຍວັນທີ 22 ມິຖຸນາ, ຢູ່ນະຄອນດ່ານັ້ງ, ທ່ານຫງວຽນວັນກ໋ວາງ ເລຂາພັກນະຄອນດ່ານັ້ງ ໄດ້ຕ້ອນຮັບທ່ານ ສຸພັນ ຮາດາວເຮືອງ, ຫົວໜ້າສະຖານກົງສູນ ສປປ.ລາວ ຄົນໃໝ່, ເນື່ອງໃນໂອກາດມາຮັບໜ້າທີ່ໃໝ່.
  ທ່ານຫງວຽນວັນກ໋ວາງ ເລຂາພັກນະຄອນດ່ານັ້ງ ຕ້ອນຮັບທ່ານ ສຸພັນ ຮາດາວເຮືອງ, ຫົວໜ້າສະຖານກົງສູນ ສປປ.ລາວ ຄົນໃໝ່, ເນື່ອງໃນໂອກາດມາຮັບໜ້າທີ່ໃໝ່ (ພາບ: TTXVN)  

 ທີ່ການຕ້ອນຮັບ, ທ່ານ ຫງວຽນວັນກ໋ວາງ ຫວັງວ່າ: ທ່ານ ສຸພັນ ຮາດາງເຮືອງ ຈະສືບຕໍ່ສ້າງການພົວພັນທີ່ດີງາມລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ.

ສ່ວນທ່ານ ສຸພັນ ຮາດາວເຮືອງກໍ່ສະແດງຄວາມປະທັບໃຈຕໍ່ການພັດທະນາຂອງນະຄອນດ່ານັ້ງ. ໃນໜ້າທີ່ວຽກງານໃໝ່ຂອງຕົນ, ທ່ານ ສຸພາ ຮາດາວເຮືອງຢັ້ງຢືນວ່າ ຈະມານະພະຍາຍາມເພື່ອເສີມຂະຫຍາຍບົດບາດເປັນຂົວເຊື່ອມຕໍ່, ຮັດແໜ້ນການພົວພັນແບບພິເສດ ລະຫວ່າງ ຫວຽດນາມ - ລາວ ເວົ້າລວມ ແລະ ລະຫວ່າງນະຄອນດ່ານັ້ງ ກັບບັນດາແຂວງພາກໃຕ້ຂອງລາວເວົ້າສະເພາະໃຫ້ດີຍິ່ງໆຂຶ້ນ. 

top