ຂ່າວສານ

ການ​ນຳ​ ຈີນ ແລະ ອາ​ເມ​ລິ​ກາ ບັນ​ລຸ​ໄດ້​ຄວາມ​ຮັບ​ຮູ້​ລວມ​ກ່ຽວ​ກັບ​ການ​ຮັກ​ສາ​ຄວາມ​ໝັ້ນ​ທ່ຽງ​ໃນ​ການ​ພົວ​ພັນ​ສອງ​ຝ່າຍ

ວັນ​ທີ 15 ພຶດ​ສະ​ພາ, ທ່ານ ສີ​ຈີ້ນ​ຜິງ ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຈີນ ແລະ ທ່ານ​ Donald Trump ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ໄດ້​ດຳ​ເນີນ​ການ​ພົບ​ປະ​ຮອບ​ຕໍ່​ໄປ​ຢູ່​ເຂດ​ ຈູງ​ໜານ​ຂາຍ ຢູ່​ນະ​ຄອນຫຼວງ ປັກ​ກິ່ງ, ໃນ​ຂອບ​ເຂ​ດ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ຢູ່ ຈີນ ແຕ່​ວັນ​ທີ 13 – 15 ພຶດ​ສ​ະ​ພາ.
  ທ່ານ​ປະ​ທານ​ປະ​ເທດ ຈີນ ສີ​ຈີ້ນ​ຜິງ ຕ້ອນ​ຮັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump ຢູ່​ເຂດ​ຈູງ​ໜານ​ຂາຍ (ພາບ:Mark Schiefelbein/REUTERS)  
ເມື່ອ​ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ, ທ່ານ​ປະ​ທານປະ​ເທດ ສີ​ຈີ້ນ​ຜິງ ເນັ້ນ​ໜັກ​ວ່າ ການ​ຢ້ຽມ​ຢາມ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ມີ​ຄວາມ​ໝາຍ​ປະ​ຫວັດ​ສາດ, ແມ່ນ​ຂີດ​ໝາຍ​ສຳ​ຄັນ​ໃນ​ການ​ພົວ​ພັນ​ສອງ​ຝ່າຍ. ສອງ​ຝ່າຍບ​ັນ​ລຸ​ໄດ້​ຄວາມ​ຮັບ​ຮູ້​ລວມ​ທີ່​ສຳ​ຄັນ​ກ່ຽວ​ກັບ​ການ​ຮັກ​ສາ​ຄວາມ​ໝັ້ນ​ທ່ຽງ​ຂອງ​ການ​ພົວ​ພັນ​ສອງ​ຝ່າຍ, ໃນ​ນັ້ນ ມີ​ເສດ​ຖະ​ກິດ - ການ​ຄ້າ, ເປີດກວ້າງ​ການ​ຮ່ວມ​ມື​ຢ່າງ​ແທ້​ຈິງ​ໃນຫຼາຍ​ຂົງ​ເຂດ, ພ້ອມ​ທັງ​ແກ້​ໄຂ​ບັນ​ດາ​ຄວາມ​ສົນ​ໃຈ​ຂອງ​ແຕ່​ລະ​ຝ່າຍ​ຢ່າງ​ສົມ​ເຫດ​ສົມ​ຜົນ. ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຈີນ ໃຫ້​ຮູ້​ວ່າ, ກ​ານ​ນຳ​ສອງ​ທ່ານ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ສ້າງ​ “ການ​ພົວ​ພັນ​ໝັ້ນ​ທ່ຽງ​ທາງ​ຍຸດ​ທະ​ສາດ​ທີ່​ສ້າງ​ສັນ” ຄື​ເປັນ​ກຳ​ນົດ​ທິດ​ໃໝ່​ໃຫ້​ການ​ພົວ​ພັນ ຈີນ - ອາ​ເມ​ລິ​ກາ, ຊຸກ​ຍູ້​ການ​ພັດ​ທະ​ນາ​ຄວາມ​ສະ​ຖຽນ​ລະ​ພາບ, ປອດ​ໃສ ແລະ ຍືນ​ຍົງ​ຂອງ​ການ​ພົວ​ພັນ​ສອງ​ຝ່າຍ, ນຳ​ມາ​ເຊິ່ງ​ສັນ​ຕິ​ພາບ, ຄວາມ​ວັດ​ທະ​ນາ​ຖາ​ວອນ ແລະ ກ້າວ​ໜ້າ​ກວ່າ​ໃຫ້​ແກ່​ໂລກ.

top