ຂ່າວສານ

ການ​ນຳ ພັກ, ລັດ ຫວຽດ​ນາມ ໄປ​ຢ້ຽມ​ຢາມ, ອວຍ​ພອນ​​ບຸນ​ເຕັດ​ຢູ່​ທ້ອງ​ຖິ່ນ​ຕ່າງໆ

ຕອນເຊົ້າວັນທີ 10 ກຸມພາ (ກົງກັບວັນທີ 29 ເດືອນ 12 ໄລ່ຕາມຈັນທະປະຕິທິນ), ຢູ່ນະຄອນເກີ່ນເທີ, ທ່ານ ເຈິ່ນແທັງເໝິນ, ກຳມະການກົມການເມືອງ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ພ້ອມດ້ວຍການນຳນະຄອນ ເກີ່ນເທີ ໄດ້ໄປຢ້ຽມຢາມ, ມອບຂອງຂວັນ ແລະ ອວຍພອນບຸນເຕັດອົງຄະນະພັກ, ກອງບັນຊາການທະຫານເຂດ 9.
ທ່ານ ເຈິ່ນແທັງເໝິນ, ກຳມະການກົມການເມືອງ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ  ມອບຂອງຂວັນ ແລະ ອວຍພອນບຸນເຕັດອົງຄະນະພັກ, ກອງບັນຊາການທະຫານເຂດ 9 (ພາບ:baotintuc.vn)

ທ່ານ ເຈິ່ນແທັງເໝິນ ຮຽກຮ້ອງໃຫ້ກອງບັນຊາການທະຫານເຂດ 9 ປະຕິບັດເປົ້າໝາຍຄວບຄູ່ຕາມການຊີ້ນຳຂອງນາຍົກລັດຖະມົນຕີ, ທັງປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໃຫ້ມີປະສິດທິຜົນ, ທັງສຸມໃສ່ພັດທະນາເສດຖະກິດ - ສັງຄົມ. ທ່ານກ່າວວ່າ:

        “ຈັດຕັ້ງການເຊື່ອມຊຶມເນື້ອໃນຈິດໃຈມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງ ພັກ ກອມມູນິດ ຫວຽດນາມ ໃນໝູ່ພະນັກງານ, ນັກຮົບ, ກຳລັງປະກອບອາວຸດທະຫານເຂດ 9 ຢ່າງເຂັ້ມງວດ. ຕໍ່ໜ້າສະພາບການຜັນແປສັບສົນໃນໂລກ,  ກຳລັງປະກອບອາວຸດຍາມໃດກໍຕ້ອງກຽມພ້ອມຕໍ່ສູ້, ເປັນເຈົ້າການຮັບມືກັບທຸກກໍລະນີຂອງກຳລັງເປັນປໍລະປັກ, ບໍ່ໃຫ້ຕົກຢູ່ໃນທ່າຮັບ. ພ້ອມກັນນັ້ນ ປະຕິບັດວຽກງານປ້ອງກັນຊາດ; ປະຕິບັດມາດຕະການປ້ອງກັນ, ຕ້ານໂລກລະບາດໃຫ້ເປັນຢ່າງດີ ເພື່ອພັດທະນາເສດຖະກິດ - ສັງຄົມ.”

        ໃນວັນດຽວກັນ, ທ່ານລັດຖະມົນຕີກະຊວງການເງິນ ຫວຽດນາມ ດິງຕ໊ຽນຢຸງ ກໍໄດ້ໄປຢ້ຽມຢາມ, ອວຍພອນບຸນເຕັກ, ມອບຂອງຂວັນໃຫ້ແກ່ທະຫານເຈັບປ່ວຍ, ທະຫານເສຍອົງຄະ ພ້ອມດ້ວຍພະນັກງານຢູ່ສູນປິ່ນປົວບຳລຸງສຸຂະພາບທະຫານເສຍອົງຄະ ແລະ ທະຫານເຈັບປ່ວຍ ຍໍກວານ, ເມືອງ ຍໍກວານ, ແຂວງ ນິງບິ່ງ.

(ແຫຼ່ງຄັດຈາກ VOV)


top