ຂ່າວສານ

ການ​ນຳ ຈີນ - ລັດ​ເຊຍ ໂອ້​ລົມ​ທາງ​ໂທ​ລະ​ສັບ

ວັນທີ 8 ສິງຫາ, ທ່ານປະທານປະເທດ ຈີນ ສີຈີ້ນຜິງ ແລະ ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ໂອ້ລົມທາງໂທລະສັບ.
ທ່ານປະທານປະເທດ ຈີນ ສີຈີນຜິງ ແລະ ທ່ານປະທານາທິບໍດີ Vladimir Putin (ພາບ: TTXVN)

ໃນການໂອ້ລົມທາງໂທລະສັບ, ທ່ານປະທານປະເທດ ຈີນ ສີຈີນຜິງ ໄດ້ຢັ້ງຢືນຄຳໝັ້ນສັນຍາສືບຕໍ່ຊຸກຍູ້ການເຈລະຈາສັນຕິພາບ ເພື່ອແນໃສ່ຢຸດຕິການປະທະກັນຢູ່ ຢູແກຼນ. ພ້ອມດຽວກັນນັ້ນ, ການນຳ ຈີນ ກໍຊົມເຊີຍເລື່ອງ ລັດເຊຍ ແລະ ອາເມລິກາ ຮັກສາການຕິດຕາມ, ປັບປຸງການພົວພັນ ແລະ ຊຸກຍູ້ມາດຕະການທາງການເມືອງໃຫ້ແກ່ວິກິດການ ຢູແກຼນ.

        ການນຳສອງທ່ານກໍໄດ້ປຶກສາຫາລືກ່ຽວກັບບັນດາບັນຫາສອງຝ່າຍ ແລະ ສາກົນ, ລວມທັງການກະກຽມໃຫ້ແກ່ການຢ້ຽມຢາມຂອງທ່ານປະທານາທິບໍດີ Vladimir Putin ກັບ ຈີນ ໃນໄລຍະຈະມາເຖິງ.

        ຕາມແຜນການແລ້ວ, ທ່ານປະທານປະເທດ ຈີນ ສີ້ຈີນຜິງ ແລະ ທ່ານປະທານາທິບໍດີ ລັດເຊຍ Vladimir Putin ຄາດວ່າຈະພົບປະກັນໃນຂອບເຂດກອງປະຊຸມສຸດຍອດ ອົງການຮ່ວມມື ຊຽງໄຮ (SCO) ແລະ ພ້ອມກັນເຂົ້າຮ່ວມບາງເຫດການໃນລະຫວ່າງວັນທີ 31 ສິງຫາ ຫາວັນທີ 3 ກັນຍາ, ໃນນັ້ນ ມີການເຈລະຈາສອງຝ່າຍຮອບດ້ານ ໃນວັນທີ 2 ກັນຍາ.


top