ຂ່າວສານ

“ການ​ທ່ອງ​ທ່ຽວ ຮ່າ​ໂນ້ຍ ຕ້ອນ​ຮັບ​ປີ 2023 - Get on Ha Noi 2023” ເຊີນ​ຊວນ​ແຂກ​ທ່ອງ​ທ່ຽວ​ມາ​ຢາມນະ​ຄອນຫຼວງ

ຕອນຄ່ຳວັນທີ 11 ມີນາ, ລາຍການ “ການທ່ອງທ່ຽວ ຮ່າໂນ້ຍ ຕ້ອນຮັບ ປີ 2023 - Get on Ha Noi 2023” ດ້ວຍຫົວຂໍ້ “ຮ່າໂນ້ຍ - ມາເພື່ອຮັກ” ໄດ້ຈັດຂຶ້ນຢູ່ຖະໜົນຍ່າງ ໜອງ ຮວ່ານກຽມ (ຮ່າໂນ້ຍ).
  ລາຍການສະແດງສິລະປະທີ່ພິທີໄຂ (ພາບ: TTXVN)  

ລາຍການດັ່ງກ່າວ ໂດຍພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ນະຄອນ ຮ່າໂນ້ຍ ສົມທົບກັບບັນດາຫົວໜ່ວຍກ່ຽວຂ້ອງຈັດຂຶ້ນ ເພື່ອແນໃສ່ໂຄສະນາກ່ຽວກັບສະຖານທີ່ທ່ອງທ່ຽວ ຮ່າໂນ້ຍ ທີ່ “ປອດໄພ - ສະໜິດສະໜົມ - ມີຄຸນນະພາບ - ຈັບອົກຈັບໃຈ”, ດຶງດູດແຂກທ່ອງທ່ຽວມາຢາມ ຮ່າໂນ້ຍ ໃຫ້ນັບມື້ນັບຫຼາຍຂຶ້ນ.

ລາຍການໄດ້ແນະນຳບັນດາສະຖານທີ່ທ່ອງທ່ຽວຂອງຮ່າໂນ້ຍ ຜ່ານການປະສົມປະສານລະຫວ່າງດົນຕີ, ແສງສີ ແລະ ຮູບພາບ, ອັນໄດ້ສ້າງຄວາມປະທັບໃຈກ່ຽວກັບ ຮ່າໂນ້ຍ - ນະຄອນທີ່ເກົ່າແກ່ ແຕ່ເຕັມໄປດ້ວຍພະລັງແຮງໜຸ່ມ ແລະ ຄວາມຂະຫຍັນຂັນເຄື່ອນ.

ນີ້ແມ່ນເຫດການເປີດສາກໃນລະບົບ 50 ເຫດການ ທີ່ຈະດຳເນີນຢູ່ ຮ່າໂນ້ຍ ໃນປີນີ້, ເປັນຕົ້ນແມ່ນ: ງານບຸນທ່ອງທ່ຽວ ຮ່າໂນ້ຍ 2023, ງານບຸນຂອງຕ້ອນທ່ອງທ່ຽວຮ່າໂນ້ຍ 2023, Festival ລະດູບານໃໝ່ ຮ່າໂນ້ຍ.... ເພື່ອແນໃສ່ມຸ່ງໄປເຖິງການບັນລຸເປົ້າໝາຍ ຮ່າໂນ້ຍ ຕ້ອນຮັບແຂກທ່ຽວກວ່າ 22 ລ້ານເທື່ອຄົນ, ໃນນັ້ນ ມີກວ່າ 3 ລ້ານເທື່ອຄົນແມ່ນແຂກທ່ອງທ່ຽວສາກົນ ໃນປີ 2023 ນີ້.


top