ຂ່າວສານ

ການ​ຖະ​ແຫຼງ​ຂ່າວ​ກ່ຽວ​ກັບ​ກອງ​ປະ​ຊຸມ​ສະ​ໄໝ​ສະ​ມັນ​ເທ​ື່ອ​ທີ 10 ສະ​ພາ​ແຫ່ງ​ຊາດ ຊຸດ​ທີ XIV

ຢູ່ກອງປະຊຸມຄັ້ງນີ້, ສະພາແຫ່ງຊາດຈະສະຫງວນເວລາ 7 ມື້ໃຫ້ແກ່ວຽກງານສ້າງກົດໝາຍ (ກວມເອົາ 37% ຍອດເວລາຂອງກອງປະຊຸມ). ສະພາແຫ່ງຊາດຈະພິຈາລະຍາ, ຮັບຮອງເອົາຮ່າງກົດໝາຍ 7 ສະບັບ, ຮ່າງມະຕິ 3 ສະບັບ ແລະ ປະກອບຄຳເຫັນໃຫ້ແກ່ໂຄງການກົດໝາຍຕ່າງໆ 4 ໂຄງການ.


ການຖະແຫຼງຂ່າວກ່ຽວກັບກອງປະຊຸມສະໄໝສະມັນເທື່ອທີ 10 ສະພາແຫ່ງຊາດ ຊຸດທີ XIV

(ພາບ: baotainguyenmoitruong.vn)


ຕອນບ່າຍວັນທີ 19 ຕຸລາ, ຢູ່ຮ່າໂນ້ຍ, ທ່ານ ຫງວຽນແຮ້ງຟຸກ, ເລຂານຸການໃຫຍ່ສະພາແຫ່ງຊາດ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ໄດ້ເປັນປະທານການຖະແຫຼງຂ່າວກ່ຽວກັບການຄາດຄະເນ ກອງປະຊຸມສະໄໝສະມັນເທື່ອທີ 10 ສະພາແຫ່ງຊາດຊຸດທີ XIV.

        ເມື່ອປະກາດກ່ຽວກັບການແຜນການ ແລະ ເນື້ອໃນຂອງກອງປະຊຸມ, ທ່ານ ຫວູມິງຕວັນ ຮອງຫົວໜ້າຫ້ອງວ່າການສະພາແຫ່ງຊາດ ໃຫ້ຮູ້ວ່າ ກອງປະຊຸມສະໄໝສະມັນເທື່ອທີ 10, ສະພາແຫ່ງຊາດຊຸດທີ XIV ຈະໄຂຂຶ້ນໃນຕອນເຊົ້າວັນທີ 20 ຕຸລາ 2020. ຢູ່ກອງປະຊຸມຄັ້ງນີ້, ສະພາແຫ່ງຊາດຈະເຮັດວຽກໃນຮອບເວລາ 19 ມື້, ດຳເນີນໄປເປັນ 2 ຄັ້ງ.

        ຢູ່ກອງປະຊຸມຄັ້ງນີ້, ສະພາແຫ່ງຊາດຈະສະຫງວນເວລາ 7 ມື້ໃຫ້ແກ່ວຽກງານສ້າງກົດໝາຍ (ກວມເອົາ 37% ຍອດເວລາຂອງກອງປະຊຸມ). ສະພາແຫ່ງຊາດຈະພິຈາລະຍາ, ຮັບຮອງເອົາຮ່າງກົດໝາຍ 7 ສະບັບ, ຮ່າງມະຕິ 3 ສະບັບ ແລະ ປະກອບຄຳເຫັນໃຫ້ແກ່ໂຄງການກົດໝາຍຕ່າງໆ 4 ໂຄງການ.

(ແຫຼ່ງຄັດຈາກ VOV)


top