ຂ່າວສານ

ການ​ ຊ່ວຍເຫຼືອ​ສັງ​ຄົມແມ່ນ​ສິດ​ຂອງ​ມະ​ນຸດ, ແມ່ນ​ແກ່ນ​ສານ​ຂອງ​ໂຄງ​ການ​ດຳ​ເນີນ​ງານ​ພັດ​ທະ​ນາ​ແບບ​ຍືນ​ຍົງ

ຕາມບົດລາຍງານຢູ່ກອງປະຊຸມສຳມະນາ, ພາຍຫຼັງ 10 ປີແຫ່ງການປະຕິບັດມະຕິເລກທີ 15 ຂອງຄະນະບໍລິຫານງານສູນກາງພັກຊຸດທີ XI ວ່າດ້ວຍ ບາງນະໂຍບາຍສັງຄົມ ໄລຍະ 2021 – 2022, ລະບົບນະໂຍບາຍ ຊ່ວຍເຫຼືອສັງຄົມ ຮັບປະກັນສິດໄດ້ຮັບການຊ່ວຍເຫຼືອສັງຄົມຂອງ ປະຊາຊົນໂດຍພື້ນຖານ.

ກອງປະຊຸມສຳມະນາຕີລາຄາ 10 ປີແຫ່ງການປະຕິບັດນະໂຍບາຍຊ່ວຍເຫຼືອສັງຄົມ ຫວຽດນາມ ໄລຍະແຕ່ປີ 2012 – 2022 (ພາບ: TTXVN)

ວັນທີ20 ເມສາ, ຢູ່ຮ່າໂນ້ຍ, ກະຊວງແຮງງານທະຫານເສຍອົງຄະ ແລະ ສັງຄົມ ໄດ້ສົມທົບກັບອົງການແຮງງານສາກົນ (ILO) ຈັດກອງປະຊຸມສຳມະນາຕີລາຄາ 10 ປີແຫ່ງການປະຕິບັດນະໂຍບາຍຊ່ວຍເຫຼືອສັງຄົມ ຫວຽດນາມ ໄລຍະແຕ່ປີ 2012 – 2022, ແນວໂນ້ມ ແລະ ໄລຍະຫ່າງ. ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານນາງ Ingris Christensen ຫົວໜ້າອົງການແຮງງານສາກົນ (ILO) ຢັ້ງຢືນວ່າ:

ການຊ່ວຍເຫຼືອສັງຄົມແມ່ນສິດຂອງມະນຸດ ແລະ ແມ່ນແກ່ນສານຂອງ ໂຄງການດຳເນີນງານພັດທະນາແບບຍືນຍົງ. ຂ້າພະເຈົ້າຕີລາຄາສູງຄວາມມານະພະຍາມຂອງ ການນຳຫວຽດນາມ ໃນການສະແດງຄຳໝັ້ນສັນຍາປັບປຸງລະບົບຊ່ວຍເຫຼືອສັງຄົມ, ຕີລາຄາສູງທີ່ສຸດຕໍ່ການກະທຳຂອງ ລັດຖະບານ ຫວຽດນາມ ກທີ່ມີຕໍ່ບັນດາຂໍ້ສະເໜີແນະຂອງອົງການແຮງງານສາກົນ. ຂ້າພະເຈົ້າຢັ້ງຢືນຄຳໝັ້ນສັນຍາຂອງ ILO ຄືນໃໝ່ ເພື່ອພ້ອມກັບລັດຖະບານ ຫວຽດນາມ ຫັນ ວິໄສທັດຂອງ ຫວຽດນາມ ໃຫ້ ປະກົດຜົນເປັນຈິງ ເພື່ອມີຂອບເຂດການ ຊ່ວຍເຫຼືອສັງຄົມຢ່າງກວ້າງຂວາງໃນປີ 2030.

ຕາມບົດລາຍງານຢູ່ກອງປະຊຸມສຳມະນາ, ພາຍຫຼັງ 10 ປີແຫ່ງການປະຕິບັດມະຕິເລກທີ 15 ຂອງຄະນະບໍລິຫານງານສູນກາງພັກຊຸດທີ XI ວ່າດ້ວຍ ບາງນະໂຍບາຍສັງຄົມ ໄລຍະ 2021 – 2022, ລະບົບນະໂຍບາຍ ຊ່ວຍເຫຼືອສັງຄົມ ຮັບປະກັນສິດໄດ້ຮັບການຊ່ວຍເຫຼືອສັງຄົມຂອງ ປະຊາຊົນໂດຍພື້ນຖານ.

(ແຫຼ່ງຄັດຈາກ VOV)

top