ຂ່າວສານ

ການໄປວັດໄປວາຂອງຊາວ ຫວຽດນາມ ຍາມຕົ້ນປີໃໝ່ໃນຊ່ວງເວລາເກີດໂລກລະບາດໂຄວິດ - 19

ໃນອາທິດຜ່ານມາ, VOV5 ໄດ້ຮັບຈົດໝາຍຈຳນວນ 673 ສະບັບຈາກທ່ານຜູ້ຟັງທີ່ມາຈາກ 36 ປະເທດແລະເຂດແຄວ້ນ, ໃນນັ້ນ, ລາຍການກະຈາຍສຽງພາກພາສາ ລາວໄດ້ຮັບຈົດໝາຍ23 ສະບັບ.

ເຖິງວ່າບຸນປີໃໝ່ປະຈຳຊາດຂອງຫວຽດນາມໄດ້ສິ້ນສຸດລົງແລ້ວກໍຕາມແຕ່ໃນອາທິດຜ່ານມາພວກຂ້າພະເຈົ້າຍັງສືບຕໍ່ໄດ້ຮັບຈົດໝາຍອວຍພອນປີໃໝ່ຈາກທ່ານຜູ້ຟັງຫຼາຍສະບັບໃນນັ້ນທ່ານ ສີສະໝຸດຢູ່ນະຄອນຫຼວງວຽງຈັນໄດ້ສົ່ງຄຳຢື້ຢາມຖາມຂ່າວພ້ອມດ້ວຍຄຳອວຍພອນປີໃໝ່ມາຍັງບັນນາທິການໂຄສົກໃນລາຍການພາກພາສາລາວ ແລະຫວັງວ່າປີໃໝ່ສະພາບການໂລກລະບາດໂຄວິດ - 19 ຢູ່ຫວຽດນາມຈະໄດ້ຮັບການຄວບຄຸມດີກວ່າເພື່ອໃຫ້ນ້ອງໆໄດ້ໄປໂຮງຮຽນເປັນປົກກະຕິ.

            ເນື່ອງໃນໂອກາດນີ້ທ່ານ ຄຳຫຼ້າກໍໄດ້ສົ່ງຈົດໝາຍອວຍພອນປີໃໝ່ເຖິງ VOV ເວົ້າສະເພາະແລະຫວຽດນາມເວົ້າລວມທ່ານຄຳຫຼ້າ ໄດ້ຂຽນວ່າ “ຂໍສະແດງຄວາມຊົມເຊີຍຕໍ່ຜົນງານທີ່ຫວຽດນາມບັນລຸໄດ້ໃນປີ 2021 ແລະຫວັງວ່າປີໃໝ່ 2022 ນີ້, VOV ເວົ້າສະເພາະແລະຫວຽດນາມເວົ້າລວມຈະບັນລຸໄດ້ຜົນງານຫຼາຍກວ່າອີກ.

ນອກຈາກຄຳອວຍພອນປີໃໝ່ແລ້ວເພື່ອນອຸເທ ຢູ່ນະຄອນຫຼວງວຽງຈັນເພື່ອນອະນຸສັກຢູ່ແຂວງຄຳມ່ວນຍັງໄດ້ສົ່ງຈົດໝາຍມາສະແດງຄວາມຊົມເຊີຍຕໍ່ຜົນງານຂອງທິມບານເຕະຍິງຫວຽດນາມເມື່ອໄດ້ເຂົ້າຮ່ວມການແຂ່ງຂັນ ຮອບຊີງຊະນະເລີດ Worldcup ຍິງ 2023.

ສ່ວນທ່ານຜູ້ຟັງທີ່ມີຊື່ວ່າ Sanil Deep ຢູ່ອິນເດຍໄດ້ແບ່ງປັນວ່າ ທ່ານ ໄດ້ເລີ່ມຕົ້ນວັນໃໝ່ດ້ວຍການຟັງລາຍການຂອງວິທະຍຸກະຈາຍສຽງຫວຽດນາມ. ທ່ານຂຽນມາວ່າ: ສະບາຍດີປີໃໝ່ບັນດາລາຍການພິເສດຂອງ VOV ທີ່ກ່ຽວຂ້ອງເຖິງບຸນປີໃໝ່ປະຈຳຊາດຫວຽດນາມແມ່ນສຸດຍອດ ຍ້ອນວ່າຂ້າພະເຈົ້າໄດ້ຮຽນຮູ້ສິ່ງໃໝ່ຫຼາຍຢ່າງຕື່ມອີກໂດຍສະເພາະແມ່ນລາຍການຕອບຄຳຖາມຂອງທ່ານຜູ້ຟັງຂ້າພະເຈົ້າໄດ້ເຂົ້າຮ່ວມມາໂດຍຕະຫຼອດ ແລະ ບໍ່ເຄີຍພາດໂອກາດຈັກເທືື່ອ.”.

ພວກຂ້າພະເຈົ້າດີໃຈຫຼາຍທີ່ໄດ້ຮັບຈົດໝາຍຈາກທ່ານຜູ້ຟັງແລະຂໍຝາກຄຳຂອບອົກຂອບໃຈຢ່າງຈິງໃຈຕໍ່ ນ້ຳໃຈໄມຕີຈິດມິດຕະພາບກໍຄື ຄຳອວຍພອນອັນດີງາມ ເຊິ່ງທ່ານຜູ້ຟັງໄດ້ສະຫງວນໃຫ້ແກ່ພວກຂ້າພະເຈົ້າ. ເນື່ອງໃນໂອກາດນີ້, ບັນນາທິການຂໍອວຍພອນໃຫ້ທ່ານຜູ້ຟັງທຸກໆທ່ານຈົ່ງມີສຸຂະພາບເຂັ້ມແຂງແລະສັນຕິສຸກ, ສືບຕໍ່ຕິດຕາມແລະປະກອບຄຳຄິດຄຳເຫັນແກ່ລາຍການຂອງພວກຂ້າພະເຈົ້າໃຫ້ຫຼາຍກວ່າອີກ.

ສືບຕໍ່ລາຍການໂອ້ລົມກັບເພື່ອນລາວມື້ນີ້, ຕໍ່ໄປ, ພວກຂ້າພະເຈົ້າຂໍຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການໃນອາທິດຜ່ານມາ.

ກ່ອນເກີດໂລກລະບາດ, ວັນບຸນວັດເຮືອງ ໄດ້ດຶງດູດຜູ້ມາຊົມເປັນຈຳນວນຫຼາຍ (ພາບປະກອບ: kinhnghiemditour.com

ເພື່ອນບົວລະພາ ຢູ່ແຂວງຈຳປາສັກໄດ້ສົ່ງຈົດໝາຍມາຍັງລາຍການດ້ວຍເນື້ອໃນຄືດັ່ງນີ້: ຂ້າພະເຈົ້າໄດ້ຮູ້ມາວ່າຄົນຫວຽດ ມັກໄປວັດໄປວາຍາມຕົ້ນປີໃໝ່ແລະນີ້ກໍແມ່ນລະດູຂອງງານບຸນຕ່າງໆຢູ່ຫວຽດນາມໃນເງື່ອນໄຂໂລກລະບາດຄືໃນປັດຈຸບັນງານບຸນຕ່າງໆຢູ່ຫວຽດນາມຈະດຳເນີນໄປແນວໃດ?”

ດັ່ງທີ່ເພື່ອນໄດ້ຮັບຮູ້, ຊາວຫວຽດນາມມີມູນເຊື້ອມັກໄປວັດໃນຍາມຕົ້ນປີ ເພື່ອອະທິຖານ, ພາວະນາຂໍສິ່ງທີ່ດີງາມ ເຂົ້າມາໃນຊີວິດ ແລະ ຄອບຄົວ. ສຳລັບຄົນຫວຽດ ແລ້ວ, ງານບຸນທີ່ບໍ່ອາດຂາດໄດ້ໃນເດືອນຈຽງນີ້ລວມມີງານບຸນວັດເຮືອງ, ງານບຸນວັດລິມ - ບັກນິງ, ງານບຸນ ຈ້ຳກາມື້ທຳອິດ ຢູ່ວິຫານ ເຈິ່ນ, ງານບຸນຢູ່ວິຫານພະແມ່ ຄໍ, ງານບຸນວັດ ອຽນຕື໋ ແລະ ວັດ ບ໊າຍດິ໊ງ, ງານບຸນຢູ່ ວິຫານ ຢ໊ອງ ເມືອງ ຊອັກເຊີນ.

ກ່ຽວກັບຄຳຖາມທີ່ວ່າ ງານບຸນຈະດຳເນີນໄປແນວໃດໃນເງື່ອນໄຂປ້ອງກັນ, ຕ້ານໂລກລະບາດນັ້ນ, ພວກຂ້າພະເຈົ້າຂໍໃຫ້ຂໍ້ມູນກ່ຽວກັບການຈັດງານບຸນຕ່າງໆຢູ່ ຮ່າໂນ້ຍ ຄືດັ່ງນີ້: ເຂດປູຊະນີຍະສະຖານປະຫວັດສາດແຫ່ງຕ່າງໆໃນບໍລິເວນ ຮ່າໂນ້ຍ ໄດ້ກ້າວເຂົ້າສູ່ລະດູຂອງງານບຸນ 2022. ພິທີກຳຕ່າງໆຄື ຖະຫວາຍທູບທຽນ,ໄຫວ້ບູຊາ, ການເຄື່ອນໄຫວຕອບບຸນແທນຄຸນຕໍ່ຜູ້ທີ່ມີຄຸນງາມຄວາມດີຕໍ່ປະເທດຊາດ ຈະດຳເນີນຂະໜາດນ້ອຍ ແລະ ຈຳກັດ  ຮັບປະກັນຄວາມສັກສິດ, ເຄັ່ງຂຶມ ແລະເຄົາລົບເຊື່ອຖື. ໃນຂະນະນັ້ນ, ການເຄື່ອນໄຫວຂອງການຫຼີ້ນບຸນແມ່ນຖືກໂຈະໄວ້ຊົ່ວຄາວຈຳກັດການເຕົ້າໂຮມກັນຫຼາຍ. ທ້ອງຖິ່ນຕ່າງໆທີ່ມີງານບຸນ, ໂດຍສະເພາະແມ່ນງານບຸນໃຫຍ່, ດຶງດູດຫຼາຍຄົນເຂົ້າຮ່ວມ… ກໍໄດ້ສ້າງແຜນການຄວບຄຸມໂລກລະບາດໃນໂອກາດນີ້.

(ພາບປະກອບ: ພາເຂົ້າບູຊາວັນເພັງເດືອນ ຈຽງ)

 

ກ່ອນທີ່ສິ້ນສຸດລາຍການພວກຂ້າພະເຈົ້າຂໍຕອບຄຳຖາມຂອງເພື່ອນເກສອນທີ່ຢາກຊອກຮູ້ກ່ຽວກັບວັນເພັງ 15 ຄ່ຳ ຢູ່ຫວຽດນາມ.

ໃນໜຶ່ງປີ, ວັນສິນໃຫຍ່ (ຫຼືວັນເພັງ 15 ຄ່ຳ) ມີ 3 ວັນ ນັ້ນແມ່ນວັນເພັງເດືອນຈຽງ, ວັນເພັງເດືອນເຈັດ ແລະ ວັນເພັງເດືອນສິບ ແຕ່ຄົນຫວຽດ, ຖືວັນເພັງເດືອນຈຽງ ສຳຄັນກວ່າໝູ່ ຍ້ອນມີຄວາມເຊື່ອຖືວ່າ “ເມື່ອເປີດສາກແຕ່ສິ່ງດີໆໃນຕົ້ນປີໃໝ່ນັ້ນ, ທ້າຍປີກໍ່ຈະເປັນເຊັ່ນດຽວກັນ”, ພາວະນາຂໍໃຫ້ຢູ່ເຢັນເປັນສຸກ, ມີໂຊກມີລາບຕະຫຼອດປີ. ວັນເພັງດັ່ງກ່າວນັ້ນມີຄວາມໝາຍແຕກຕ່າງກັນຄື: ວັນເພັງເດືອນຈຽງແມ່ນວັນພາວະນາຂໍໃຫ້ຢູ່ເຢັນເປັນສຸກ; ວັນເພັງເດືອນເຈັດ ແມ່ນວັນບຸນຫໍ່ເຂົ້າປະດັບດິນ, ສ່ວນວັນເພັງເດືອນສິບ ແມ່ນວັນບຸນພາວະນາຂໍປາສະຈາກໂລກໄພໄຂ້ເຈັບ. ໃນຊຸມວັນເຫຼົ່ານີ້, ບັນດາຄອບຄົວຈະກະກຽມພາເຂົ້າບູຊາ. ພິທີກຳແລະເຄື່ອງຂອງທີ່ບູຊານັ້ນ ຈະຫຼາຍຫຼືໜ້ອຍແມ່ນຂຶ້ນກັບຄວາມສາມາດ, ສິ່ງສຳຄັນແມ່ນມີຈິດໃຈບໍລິສຸດຕໍ່ການເຫຼື້ອມໃສສັດທາ.

ເນື້ອໃນດັ່ງກ່າວກໍເປັນການປິດທ້າຍລາຍການໂອ້ລົມກັບເພື່ອນລາວໃນມື້ນີ້. ຂອບໃຈທ່ານຜູ້ຟັງທຸກໆທ່ານທີ່ໄດ້ສະຫລະເວລາຕິດຕາມຮັບຟັງ. ຖ້າຫາກທ່ານຜູ້ຟັງຜູ້ອ່ານທ່ານໃດມີຄວາມສົນໃຈຕໍ່ບັນຫາໃດໜຶ່ງກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍໂດຍຈ່າໜ້າຊອງວ່າພາກພາສາລາວວິທະຍຸກະຈາຍສຽງຫວຽດນາມເຮືອນເລກທີ 45 ຖະໜົນບ່າຈ້ຽວຮ່າໂນ້ຍຫຼືໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼືອີເມວlaovov5@gmail.comທ່ານຜູ້ຟັງກໍ່ສາມາດຕິຊົມໄດ້ໃນເວັບໄຊ vovworld.vn ຂອງພວກເຮົາ.

 


 


top