ໄລ່ລວມໃນ 3 ວັນຜ່ານມາ, ບັນດາການບຸກໂຈມຕີຂອງ ອິດສະຣາແອັນ ໄດ້ເຮັດໃຫ້ຢ່າງໜ້ອຍສຸດມີ 163 ຄົນເສຍຊີວິດ, ກວ່າ 300 ຄົນຖືກບາດເຈັບ.
ບັນດາການບຸກໂຈມຕີຂອງ ອິດສະຣາແອັນ ໃສ່ເຂດ ກາຊາ ໄດ້ເຮັດໃຫ້ຢ່າງໜ້ອຍສຸດມີ 20 ຄົນເສຍຊີວິດ (ພາບ: REUTERS/Amir Cohen)
ໃນສະພາບບັນດາການເຈລະຈາກ່ຽວກັບຂໍ້ຕົກລົງຢຸດຍິງໃໝ່ຢູ່ເຂດ ກາຊາ ລະຫວ່າງ ອິດສະຣາແອັນ ແລະ ຂະບວນການ ຮາມາດສ ພວມຢືນຕໍ່ໜ້າຄວາມສ່ຽງລົ້ມລະບາຍ, ວັນທີ 12 ກໍລະກົດ, ການໃຊ້ຄວາມຮຸນແຮງສືບຕໍ່ເພີ່ມຂຶ້ນຢູ່ເຂດນີ້.
ຕາມບັນດາແຫຼ່ງຂ່າວດ້ານສາທາລະນະສຸກ ປາແລັດສະຕິນ ແລ້ວ, ບັນດາການບຸກໂຈມຕີຂອງ ອິດສະຣາແອັນ ໃສ່ເຂດ ກາຊາ ໄດ້ເຮັດໃຫ້ຢ່າງໜ້ອຍສຸດມີ 20 ຄົນເສຍຊີວິດ, ສ່ວນຫຼາຍແມ່ນສາມັນຊົນ. ໄລ່ລວມໃນ 3 ວັນຜ່ານມາ, ບັນດາການບຸກໂຈມຕີຂອງ ອິດສະຣາແອັນ ໄດ້ເຮັດໃຫ້ຢ່າງໜ້ອຍສຸດມີ 163 ຄົນເສຍຊີວິດ, ກວ່າ 300 ຄົນຖືກບາດເຈັບ. ຜູ້ເສຍຊີວິດສ່ວນຫຼາຍແມ່ນສາມັນຊົນ, ໃນນັ້ນມີເດັກນ້ອຍ ແລະ ແມ່ຍິງຫຼາຍຄົນ.
ໃນເຫດການທີ່ກ່ຽວຂ້ອງ, ກອງປະຊຸມສາກົນເພື່ອແກ້ໄຂມາດຕະການ 2 ລັດໃຫ້ແກ່ບັນຫາ ອິດສະຣາແອັນ - ປາແລັດສະຕິນ, ໂດຍ ຊະອຸດິ ອາຣັບບີ ແລະ ຝລັ່ງ ເປັນເຈົ້າພາບຈັດຂຶ້ນ, ຄາດວ່າຈະດຳເນີນແຕ່ວັນທີ 28 – 29 ກໍລະກົດ, ຢູ່ສຳນັກງານສະຫະປະຊາຊາດ, ທີ່ນິວຢອກ. ກອງປະຊຸມມຸ່ງໄປເຖິງການປຶກສາຫາລື ແລະ ຮັບຮອງເອົາບັນດາມາດຕະການລະອຽດ ເພື່ອປະຕິບັດມາດຕະການ 2 ລັດ, ຢຸດຕິການປະທະກັນທີ່ແກ່ຍາວເປັນຫຼາຍທົດສະວັດຜ່ານມາລະຫວ່າງ ອິດສະຣາແອັນ ແລະ ປາແລັດສະຕິນ.