ການນຳ 2 ທ່ານໄດ້ເຫັນດີຕໍ່ທິດທາງການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ - ອິນໂດເນເຊຍ ໃນໄລຍະຈະມາເຖິງ.
ການສົນທະນານະໂຍບາຍການປ້ອງກັນຊາດ ຫວຽດນາມ - ອິນໂດເນເຊຍ ຄັ້ງທີ 4 ຈັດຂຶ້ນໃນວັນທີ 18 ກັນຍາ, ຢູ່ ຈາກາກຕາ, ປະເທດ ອິນໂດເນເຊຍ, ທ່ານພົນໂທ ຮ່ວາງຊວນຈຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ແລະ ທ່ານພົນຕີ Tri Budi Utomo, ເລຂາທິການໃຫຍ່ກະຊວງປ້ອງກັນປະເທດ ອິນໂດເນເຊຍ, ເປັນເຈົ້າພາບຮ່ວມຈັດການໂອ້ລົມສົນທະນາ.
ທີ່ການໂອ້ລົມສົນທະນາ, ທ່ານພົນໂທ ຮ່ວາງຊວນຈຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ແລະ ທ່ານພົນຕີ Tri Budi Utomo ໄດ້ເຫັນດີຕໍ່ທິດທາງການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ - ອິນໂດເນເຊຍ ໃນໄລຍະຈະມາເຖິງ, ຕາມນັ້ນແລ້ວ, 2 ຝ່າຍຈະສືບຕໍ່ເພີ່ມທະວີການຮ່ວມມືດ້ວຍຄວາມໄວ້ເນື້ອເຊື່ອໃຈ, ຮອບດ້ານ, ແທດຈິງ, ເສີມຂະຫຍາຍບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວໃຫ້ມີປະສິດທິຜົນ.
2 ຝ່າຍກໍ່ແບ່ງປັນທັດສະນະກ່ຽວກັບສະພາບການຂອງພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ; ຢືນຢັນພ້ອມກັນມານະພະຍາຍາມປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປັບປຸງຄວາມສາມັກຄີ ແລະ ບົດບາດໃຈກາງຂອງ ອາຊຽນ ໃນໂຄງສ້າງຄວາມໝັ້ນຄົງຢູ່ພາກພື້ນ; ແບ່ງປັນຄວາມສຳຄັນຂອງເລື່ອງຮັບປະກັນຄວາມເສລີ, ຄວາມໝັ້ນຄົງ, ຄວາມປອດໄພໃນການເດີນທະເລ, ການບິນຢູ່ທະເລຕາເວັນອອກ… ສິ້ນສຸດການໂອ້ລົມສົນທະນາ, 2 ຝ່າຍໄດ້ລົງນາມໃນບົດບັນທຶກຊ່ວຍຈຳການໂອ້ລົມສົນທະນານະໂຍບາຍການປ້ອງກັນຊາດ ຫວຽດນາມ - ອິນໂດເນເຊຍ ຄັ້ງທີ 4.