ຂ່າວສານ

ການໂອ້ລົມສົນທະນາຂັ້ນສູງ ຫວຽດນາມ - ຮຸງກາຣີ ກ່ຽວກັບເສດຖະກິດ ແລະ ການຄ້າ ສ້າງຫຼາຍກາລະໂອກາດຮ່ວມມືໃຫ້ແກ່ວິສາຫະກິດສອງປະເທດ

ຜູ້ຕາງໜ້າ ຫວຽດນາມ ຖືວ່າ ຮຸງກາຣີ ແມ່ນປະເທດມີທ່າແຮງກ່ຽວກັບບັນດາຂົງເຂດພັດທະນາອຸດສາຫະກຳ, ເອເລັກໂຕນິກ, ຫັນປ່ຽນດີຈີຕອນ...

ຜູ້ຕາງໜ້າ ຫວຽດນາມ ຖືວ່າ ຮຸງກາຣີ ແມ່ນປະເທດມີທ່າແຮງກ່ຽວກັບບັນດາຂົງເຂດພັດທະນາອຸດສາຫະກຳ, ເອເລັກໂຕນິກ, ຫັນປ່ຽນດີຈີຕອນ...

    

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ເຂົ້າຮ່ວມການໂອ້ລົມສົນທະນາເສດຖະກິດ - ການຄ້າ - ການລົງທຶນ ຫວຽດນາມ - ຮຸງກາຣີ

ໃນວັນທີ 27 ມິຖຸນາ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ເຂົ້າຮ່ວມການໂອ້ລົມສົນທະນາເສດຖະກິດ - ການຄ້າ - ການລົງທຶນ ຫວຽດນາມ - ຮຸງກາຣີ.

        ຕໍ່ໜ້າຜູ້ຕາງໜ້າປະມານ 100 ວິສາຫະກິດ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລວັນແທັ່ງ ແລະ ທ່ານລັດຖະມົນຕີການຕ່າງປະເທດ ແລະ ເສດຖະກິດພົວພັນຕ່າງປະເທດ ຮຸງກາຣີ Peter Andras Sztaray ໄດ້ຕອບຄຳຖາມ, ສະໜອງບັນດາຂໍ້ມູນຂ່າວໃຫ້ແກ່ວິສາຫະກິດສອງປະເທດ ກ່ຽວກັບສະພາບການ ແລະ ສະພາບແວດລ້ອມແຫ່ງການດຳເນີນທຸລະກິດ ຢູ່ ຫວຽດນາມ. ຜູ້ຕາງໜ້າ ຫວຽດນາມ ຖືວ່າ ຮຸງກາຣີ ແມ່ນປະເທດມີທ່າແຮງກ່ຽວກັບບັນດາຂົງເຂດພັດທະນາອຸດສາຫະກຳ, ເອເລັກໂຕນິກ, ຫັນປ່ຽນດີຈີຕອນ, ພິເສດແມ່ນພັດທະນາກະສິກຳເຕັກໂນໂລຊີສູງ, ເຕັກໂນໂລຊີປຸງແຕ່ງຜະລິດຕະພັນກະເສດ… ນີ້ກໍ່ແມ່ນບັນດາຂະແໜງການ, ຂົງເຂດເຊິ່ງ ຫວຽດນາມ ພວມມີຄວາມສາມາດບົ່ມຊ້ອນ, ທ່າແຮງຫຼາຍຢ່າງ. ທ່ານຮອງນາຍົກລັດຖະມົນຕີ ເລວັນແທັ່ງ ເນັ້ນໜັກວ່າ:

        “ພວກຂ້າພະເຈົ້າໃຫ້ຄຳໝັ້ນສັນຍາສ້າງສະພາບແວດລ້ອມແຫ່ງການດຳເນີນທຸລະກິດດີທີ່ສຸດ, ນັ້ນແມ່ນ: ຮັກສາຄວາມໝັ້ນຄົງດ້ານການເມືອງ ສັງຄົມ, ຮັບປະກັນເສດຖະກິດມະຫາພາກເປັນປົກກະຕິ; ແກ້ໄຂບັນດາສິ່ງຕິດຂັດຂອງພື້ນຖານເສດຖະກິດ ກ່ຽວກັບລະບອບລະບຽບການ, ກົດໝາຍ, ບັນດາຂໍ້ຕິດຂັດກ່ຽວກັບພື້ນຖານໂຄງລ່າງ ແລະ ແຫຼ່ງຊັບພະຍາກອນມະນຸດ; ປັບປຸງກົດລະບຽບດ້ານບໍລິຫານ, ສ້້າງສະພາບແວດລ້ອມແຫ່ງການລົງທຶນ ດຳເນີນທຸລະກິດທີ່່ສະຖຽນລະພາບ, ປະຕິບັດຢ່າງໂປ່ງໃສ. ນັ້ນແມ່ນບັນດາປັດໄຈທຳອິດ ທີ່ສຳຄັນທີ່ສຸດເພື່ອສ້າງເງື່ອນໄຂໃຫ້ບັນດາວິສາຫະກິດພັດທະນາ”.

(ແຫຼ່ງຄັດຈາກ VOV)


top