ຂ່າວສານ

ການໂອ້ລົມສົນທະນາກັບອົງການຈັດຕັ້ງສາກົນກ່ຽວກັບການພັດທະນາ OCOP ຂຽວຕາມທິດສົ່ງອອກ

      ເລື່ອງຈັດຕັ້ງການໂອ້ລົມສົນທະນານີ້ ແມ່ນເພື່ອໃຫ້ບັນດານັກອຸປະຖຳ, ອົງການຈັດຕັ້ງສາກົນມີເງື່ອນໄຂຊອກຮູ້ກ່ຽວກັບໂຄງການກໍ່ສ້າງຊົນນະບົດໃໝ່ເຊິ່ງຫວຽດນາມ ພວມປະຕິບັດຢ່າງເລິກເຊິ່ງ, ກວ້າງຂວາງກວ່າ.
ການໂອ້ລົມສົນທະນາ
(ພາບ: nongnghiep.vn)
      ຕອນບ່າຍວັນທີ 26 ເມສາ, ຢູ່ນະຄອນ ຟູ໊ກວ໊ກ, ແຂວງ ກຽນຢາງ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດໄດ້ຈັດການໂອ້ລົມສົນທະນາກັບບັນດານັກອຸປະຖຳ, ອົງການຈັດຕັ້ງສາກົນກ່ຽວກັບການພັດທະນາ OCOP ຂຽວຕາມທິດສົ່ງອອກ, ຫັນເປັນດີຈີຕອນ ແລະ ຊຸກຍູ້ການຫັນເປັນກົນຈັກ, ປຸງແຕ່ງຂອບຂະໜາດນ້ອຍ ແລະ ກາງ.
        ທີ່ການໂອ້ລົມສົນທະນາ, ທ່ານ ເຈິ່ນແທ່ງນາມ, ຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ໄດ້ຕີລາຄາສູງການສ້າງຊົນນະບົດໃໝ່ໃນເວລາ 10 ປີຜ່ານມາຂອງຫວຽດນາມ ເຊິ່ງບັນລຸໄດ້ຜົນງານຕັ້ງໜ້າຫຼາຍຢ່າງ. ຕາມທ່ານ ເຈິ່ນແທ່ງນາມ ແລ້ວ, ເພື່ອປະຕິບັດໂຄງການໃນໄລຍະຕໍ່ໄປ (2021-2025), ຕ້ອງການມີການຮ່ວມເດີນທາງຂອງບັນດາອົງການຈັດຕັ້ງສາກົນ. ເລື່ອງຈັດຕັ້ງການໂອ້ລົມສົນທະນານີ້ ແມ່ນເພື່ອໃຫ້ບັນດານັກອຸປະຖຳ, ອົງການຈັດຕັ້ງສາກົນມີເງື່ອນໄຂຊອກຮູ້ກ່ຽວກັບໂຄງການກໍ່ສ້າງຊົນນະບົດໃໝ່ເຊິ່ງຫວຽດນາມ ພວມປະຕິບັດຢ່າງເລິກເຊິ່ງ, ກວ້າງຂວາງກວ່າ. ຈາກນັ້ນ, ກໍ່ສາມາດເຂົ້າຮ່ວມ, ຮ່ວມເດີນທາງ ເພື່ອໃຫ້ໂຄງການບັນລຸໄດ້ເປົ້າໝາຍທີ່ໄດ້ວາງອອກໃຫ້ແກ່ໄລຍະຈະມາເຖິງໂດຍໄວ.
        ກໍ່ຢູ່ທີ່ນີ້, ມີວິສາຫະກິດຫຼາຍແຫ່ງກໍ່ສະເໜີແນວຄວາມຄິດ ແລະ ການກຳນົດການພັດທະນາລະບົບມູນຄ່າ OCOP ຂຽວ, ກໍ່ສ້າງ, ພັດທະນາຜະລິດຕະພັນໃຫ້ເໝາະສົມ, ມຸ່ງໄປເຖິງຕະຫຼາດສົ່ງອອກເພື່ອເພີ່ມມູນຄ່າ.
(ແຫຼ່ງຄັດຈາກ VOV)


top