ຂ່າວສານ

ການໂອ້ລົມສົນທະນາ “ ຄົ້ນຄ້ວາ, ເສີມຂະຫຍາຍຄຸນຄ່າເອກະສານ, ວັດຖຸພັນຢັ້ງຢືນອະທິປະໄຕເຂດທະເລໝູ່ເກາະຫວຽດນາມ

      ຫໍພິພິທະພັນປະຫວັດສາດແຫ່ງຊາດຫວຽດນາມ ໄດ້ຈັດການໂອ້ລົມສົນທະນາວິທະຍາສາດວ່າດ້ວຍຫົວຂໍ້ “ ຄົ້ນຄ້ວາ, ເສີມຂະຫຍາຍຄຸນຄ່າເອກະສານ, ວັດຖຸພັນຢັ້ງຢືນອະທິປະໄຕເຂດທະເລໝູ່ເກາະຫວຽດນາມ ”
ພາບປະກອບ
       ຕອນເຊົ້າວັນທີ 15 ພະຈິກ, ຫໍພິພິທະພັນປະຫວັດສາດແຫ່ງຊາດຫວຽດນາມ ໄດ້ຈັດການໂອ້ລົມສົນທະນາວິທະຍາສາດວ່າດ້ວຍຫົວຂໍ້ “ ຄົ້ນຄ້ວາ, ເສີມຂະຫຍາຍຄຸນຄ່າເອກະສານ, ວັດຖຸພັນຢັ້ງຢືນອະທິປະໄຕເຂດທະເລໝູ່ເກາະຫວຽດນາມ ”. ກ່າວຄຳເຫັນທີ່ການໂອ້ລົມສົນທະນາວິທະຍາສາດ, ທ່ານ ປ.ອ ຫງວຽນຍ້າ ສະມາຊິກສະມາຄົມປະຫວັດສາດນະຄອນໂຮ່ຈິມິນ ມີຄຳເຫັນດັ່ງນີ້: 
     “ ຂ້າພະເຈົ້າສະເໜີວ່າ ສຳລັບບັນດາເອກະສານ ຢູ່ແຕ່ລະແຫ່ງ, ພວກເຮົາແປເປັນພາສາຕ່າງໆ, ນັບທັງພາສາຈີນ, ຍີປຸ່ນ ແລະ ບັນດາປະເທດຝ່າຍຕາເວັນຕົກ, ຈາກນັ້ນ, ເຮັດແນວໃດເພື່ອໂຄສະນາເຜີຍແຜ່ຢູ່ບັນດາມະຫາວິທະຍາໄລ. ຕາມຂ້າພະເຈົ້າແລ້ວ, ໂຮງຮຽນແຫ່ງໃດທີ່ມີຂະແໜງອາຊີຫຼືວິຊາອາຊີ, ແນ່ນອນວ່າ ພວກນັກສຶກສາມີຄວາມສົນໃຈ. ແລະ ຂ້າພະເຈົ້າຄິດວ່າ  ອາດຈະນັບທັງວິຊາການເມືອງ, ການຕ່າງປະເທດອີກ, ເພາະໃນປະຈຸບັນ, ບັນຫາທະເລຕາເວັນອອກ ແມ່ນສຳຄັນທີ່ສຸດ, ດັ່ງນັ້ນຢູ່ແຫ່ງເຫຼົ່ານັ້ນ, ພວກເຮົາຄວນສົ່ງເອກະສານເພື່ອໂຄສະນາເຜີຍແຜ່ ”
 (ແຫຼ່ງຄັດຈາກ VOV)
 

top