ຂ່າວສານ

ການໂຄສະນາເຂດ ໄຕງວຽນ ຢູ່ຮ່າໂນ້ຍ

      ນະທີ່ນີ້, ຜູ້ຕາງໜ້າພໍ່ແມ່ປະຊາຊົນແນະນຳຈຸດວັດທະນະທຳທີ່ເປັນມູນເຊື້ອຄອບຄົວບັນດາເຜົ່າເຂດ ໄຕງວຽນ
ແຕ່ວັນທີ 1 – 30 ມິຖຸນາ 2018, ຢູ່ໝູ່ບ້ານວັດທະນະທຳ - ທ່ອງທ່ຽວບັນດາເຜົ່າ ຫວຽດນາມ ທີ່ເທດສະບານ ເຊີນໄຕ, ຮ່າໂນ້ຍ, ໄດ້ຈັດຕັ້ງການເຄື່ອນໄຫວດ້ວຍຫົວຂໍ້ “ສຽງກອມຈາກເຂດພູຜາປ່າໄມ້ ໄຕງວຽນ”. ການເຄື່ອນໄຫວໃນເດືອນ ມິຖຸນາ 2018 ມີການເຂົ້າຮ່ວມຂອງ 12 ຊົນເຜົ່າ (ຄື: ໄຕ, ຢາວ, ມົ້ງ, ເຜົ່າຜູ້ໄທ…) ແລະ ຊາວເຜົ່າຈຳ, ແຂວງ ນີງທ້ວນ ກ່ຽວກັບການເຄື່ອນໄຫວປະຈຳວັນຂອງໝູ່ບ້ານ. ນະທີ່ນີ້, ຜູ້ຕາງໜ້າພໍ່ແມ່ປະຊາຊົນແນະນຳຈຸດວັດທະນະທຳທີ່ເປັນມູນເຊື້ອຄອບຄົວບັນດາເຜົ່າເຂດ ໄຕງວຽນ, ບັນດາງານບຸນ, ແບ່ງປັນເລື່ອງລາວກ່ຽວກັບຄອບຄົວ, ແບບແຜນການດຳລົງຊີວິດຜ່ານສຽງກອມ,ການເຄື່ອນໄຫວຜະລິດເຄື່ອງດົນຕີ, ຕຳແຜ່ນແພພື້ນເມືອງ. ບັນດານັກສິລະປະການກໍ່ໄດ້ສະແດງບົດເພງພື້ນເມືອງ, ແລະ ບົດກອມລູກ.
 (ແຫຼ່ງຄັດຈາກ VOV)

top