ຂ່າວສານ

“ການເຫຼື້ອມໃສບູຊາພະແມ່ຕາມຝູ” ມໍລະດົກວັດທະນະທຳບໍ່ມີຮູບຮ່າງເປັນຕົວແທນໃຫ້ມວນມະນຸດ


ການ​ຮັບ​ໃບ​ຢັ້ງ​ຢືນຂອງ UNESCO ທີ່​ພິ​ທີ
      ຕອນ​ຄ່ຳ​ວັນ​ທີ 2/4, ທີ່​​ກຸ່ມ​ປູ​ຊະ​ນີ​ຍະ​ສະ​ຖານ​ປະ​ຫວັດ​ສາດ - ວັດ​ທະ​ນະ​ທຳ ຝ​ູ​ໄຢ, ເມືອງ ຫວູ້​ບ໋ານ, ແຂວງ​ນາມ​ດິ້ງ, ໄດ​້​ດຳ​ເນ​ີນ​ພ​ິ​ທີ​ຕ້ອນ​ຮັບ​ໃບ​ຢັ້ງ​ຢື​ນຂອງ UNESCO ​ທີ່​ຮັບ​ຮອງ “ການ​ປະ​ຕິ​ບັດ​ການ​ເຫຼື້ອມ​ໃສ​ບູ​ຊາ​ພະ​ແມ່” ແມ່ນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ມີ​ຮູບ​ຮ່າງ​ທີ່ເປັນ​ຕົວ​ແທນ​ຂອງມວນ​ມະ​ນຸດ. ການ​ເຫຼື້ອມ​ໃສບູ​ຊາ​ພະ​ແມ່​​ຕາມ​ຝ​ູຂອງຊາວ ຫວຽດ​ນາມ ແມ່ນ​ຮູບ​ການ​ບູ​ຊາ​ພະ​ແມ່ ​ທີ່​ໄດ້​ສວມ​ເປັນ​ນາງ​ເທວະ​ດາ ຢູ່​ດິ​ນ​ຟ້າ, ແມ່​ນ້ຳ, ພູ​ຜາ​ປ່າ​ໄມ້​. ກ່າ​ວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດຶກ​ດາມ, ເນັ້ນ​ໜັກ​ວ່າ:
        “ໂດຍ​ໄດ້​​ຮັບເຊີດ​ຊ​ູ​​ວ່າ​ເປັນມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ມີ​ຮູບ​ຮ່າງ​​ທີ່ເປັນ​ຕົວ​ແທນ​​ຂອງມວນ​ມະ​ນຸດ​ແມ່ນ​ຄວາມເປັນ​ກຽດ, ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ, ຢັ້ງ​ຢືນ​ເຖິງ​ຄຸນ​ຄ່າ, ການ​ປະ​ກອບ​ສ່ວນ​ຂອງວັດ​ທະ​ນະ​ທຳ ຫວຽດ​ນາມ ​ທີ່​ມີ​ຕໍ່ພື້ນ​ຖານ​ວັດ​ທະ​ນະ​ທຳ​ລວມ​ຂອງ​ມະ​ນຸດ. ພ້ອມ​ກັບ​ຄວາ​ມ​ເປັນ​ກຽດ​ນັ້ນແມ່ນ​ຄ​ວາມ​ຮັບ​ຜິດ​ຊອບ​ຕ້ອງ​ອະ​ນຸ​ລັກ​ຮັກ​ສາ, ເສີມ​ຂະ​ຫຍາຍ​ມໍ​ລະ​ດົກ​ໃຫ້​ດີ​ກ່​ວາ. ພວກ​ເຮົາ​ທຸກ​ຄົນ​ຕ້ອງ​ປະ​ຕິ​ບັດ​ໂຄງ​ການ​ເຄື່ອນ​ໄຫວ​ແຫ່ງ​ຊາດ​​ໃຫ້​ດີເພື່ອ​ແນ​ໃສ່​ປົກ​ປັກ​ຮັກ​ສາ, ເສີມ​ຂະ​ຫຍາຍ​ຄຸນ​ຄ່າ​ມໍ​ລະ​ດົກ, ຄວນ​ປະ​ຕິ​ບັດ ແລະ ສືບ​ທອດການ​ເຫຼື້ອມ​ໃສ​ບູ​ຊາ​ພະ​ແມ່​​ໃຫ້​ຖືກ​ກັບ​ຄວາມ​ໝາຍ, ສີ​ສັນ​ອັນ​ດີ​ງາມ​ທີ່​ເຄີຍ​ມີ​ຢູ່​ແລ​້ວ.”
(ແຫຼ່ງຄັດຈາກ VOV)

top