ຂ່າວສານ

ການເລືອກເອົາອະນາຄົດຈາກບັດເລືອກຕັ້ງໃນມື້ນີ້

ວັນທີ 15 ມີນາ, ພ້ອມກັບຜູ້ມີສິດເລືອກຕັ້ງນັບສິບລ້ານຄົນໃນທົ່ວປະເທດ, ມີພົນລະເມືອງໜຸ່ມຂອງນະຄອນຫຼວງ ຮ່າໂນ້ຍ ຫຼາຍຄົນ ໄດ້ປະຕິບັດສິດທິພົນລະເມືອງຂອງຕົນເປັນຄັ້ງທຳອິດໃນການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະພາປະຊາຊົນທຸກຂັ້ນໄລຍະ 2026 – 2031. ໃນບັນຍາກາດທີ່ສະຫງ່າຜ່າເຜີຍຂອງວັນບຸນທົ່ວປວງຊົນ, ບັດເລືອກຕັ້ງທຳອິດບໍ່ພຽງແຕ່ນຳມາເຊິ່ງຄວາມເອກອ້າງທະນົງໃຈເທົ່ານັ້ນ ຫາກຍັງຝາກຝັງຄວາມຮັບຜິດຊອບ ແລະ ຄວາມມຸ່ງຫວັງຂອງຄົນລຸ້ນໜຸ່ມຕໍ່ອະນາຄົດຂອງປະເທດຊາດອີກດ້ວຍ.
  ພາບປະກອບ: VOV  

ນັບແຕ່ຍາມຮຸ່ງເຊົ້າຂອງວັນອາທິດ, ຢູ່ຫຼາຍເຂດປ່ອນບັດເລືອກຕັ້ງໃນບໍລິເວນນະຄອນ ຮ່າໂນ້ຍ, ບັນຍາກາດຂອງວັນບຸນໄດ້ຈັດຂຶ້ນຢ່າງຄຶກຄື້ນ. ຜູ້ມີສິດເລືອກຕັ້ງເປັນຈຳນວນຫຼາຍໄດ້ມີໜ້າເພື່ອປະຕິບັດສິດ ແລະ ພັນທະຂອງພົນລະເມືອງ.

ທ່າມກາງຈຳນວນຄົນໄປເລືອກຕັ້ງມື້ນີ້, ມີຊາວໜຸ່ມຫຼາຍຄົນເປັນຄັ້ງທຳອິດທີ່ມີຊື່ໃນບັນຊີລາຍຊື່ຜູ້ມີສິດເລືອກຕັ້ງ. ສຳລັບເຂົາເຈົ້າ, ຈຸດເວລາຖືບັດເລືອກຕັ້ງທຳອິດໄດ້ເປັນຂີດໝາຍບາດກ້າວແຫ່ງການເຕີບໃຫຍ່, ເມື່ອເຂົ້າຮ່ວມຊີວິດທາງດ້ານການເມືອງຂອງປະເທດຊາດຢ່າງເປັນທາງການ. ທີ່ເຂດເລືອກຕັ້ງໃນຕາແສງ ແບັກມາຍ, ນ້ອງ ຫງວຽນຖາວຈາງ, ນັກຮຽນຊັ້ນ ມໍ 7 ໄດ້ກວດເບິ່ງຄືນບັນຊີລາຍຊື່ຜູ້ສະໝັກຮັບເລືອກຕັ້ງຢ່າງລະອຽດກ່ອນທີ່ຈະກ້າວເຂົ້າບ່ອນປ່ອນບັດ. ນ້ອງ ຖ໋າວຈາງ ແບ່ງປັນວ່າ:

ເມື່ອໄດ້ເຂົ້າຮ່ວມການເລືອກຕັ້ງ, ນ້ອງຮູ້ສຶກເປັນກຽດ ແລະ ຕື່ນເຕັ້ນທີ່ສຸດ. ນ້ອງຮູ້ໄດ້ວ່າ ການເລືອກຕັ້ງແມ່ນການເຄື່ອນໄຫວສຳຄັນທີ່ສຸດ. ນີ້ກໍ່ແມ່ນຄວາມຮັບຜິດຊອບອັນໃຫຍ່ຫຼວງ. ວຽກຂອງນ້ອງແມ່ນຕ້ອງຊອກຮູ້ກ່ຽວກັບບັນດາຜູ້ສະໝັກຮັບເລືອກຕັ້ງຢ່າງລະອຽດ ເພື່ອເບິ່ງວ່າ ຜູ້ໃດເປັນຜູ້ເໝາະສົມຢ່າງແທ້ຈິງ.

ບໍ່ພຽງແຕ່ ຈາງ ເທົ່ານັ້ນ, ມີຜູ້ມີສິດເລືອກຕັ້ງໜຸ່ມຫຼາຍຄົນທີ່ ເຂົ້າຮ່ວມການເລືອກຕັ້ງເປັນຄັ້ງທຳອິດ ກໍ່ເປັນເຈົ້າການຊອກຮູ້ຂໍ້ມູນຂອງບັນດາຜູ້ສະໝັກຮັບເລືອກຕັ້ງຜ່ານບັນດາຮູບການໂຄສະນາທາງການ, ບັນດາການພົບປະກັບຜູ້ມີສິດເລືອກຕັ້ງ ແລະ ກິດຈະກຳຂອງອົງການຈັດຕັ້ງຊາວໜຸ່ມ, ສະມາຄົມ, ທ້ອງຖິ່ນບ່ອນພັກອາໄສ. ສຳລັບລຸ້ນໜຸ່ມແລ້ວ, ບັດເລືອກຕັ້ງບໍ່ພຽງແຕ່ແມ່ນສິດຜົນປະໂຫຍດເທົ່ານັ້ນ ຫາກຍັງສະແດງໃຫ້ເຫັນຄວາມຮັບຜິດຊອບຂອງຕົນຕໍ່ວົງຄະນະຍາດ ແລະ ສັງຄົມ.

ນ້ອງຮູ້ສຶກເປັນກຽດເມື່ອມີອາຍຸ 18 ປີເຕັມເພື່ອສາມາດເຂົ້າຮ່ວມການເລືອກຕັ້ງປີນີ້. ນີ້ແມ່ນສິ່ງທີ່ມີຄວາມໝາຍສຳລັບນ້ອງ ຍ້ອນວ່ານ້ອງຮູ້ສຶກວ່າຕົນເອງສາມາດປະກອບສ່ວນໃຫ້ແກ່ປະເທດຊາດ. ນ້ອງຊອກຮູ້ບັນດາຜູ້ສະໝັກຮັບເລືອກຕັ້ງ ແລະ ເບິ່ງແນວທາງຂອງເຂົາແມ່ນຄືແນວໃດ.

ເຂົ້າຮ່ວມເລືອກຕັ້ງເປັນຄັ້ງທຳອິດ ແມ່ນຂີດໝາຍສຳຄັນພິເສດສຳລັບຂ້າພະເຈົ້າ. ນີ້ບໍ່ພຽງແຕ່ແມ່ນສິດຜົນປະໂຫຍດເທົ່ານັ້ນ ຫາກຍັງແມ່ນພັນທະຂອງພົນລະເມືອງຜູ້ໜຶ່ງເມື່ອມີອາຍຸ 18 ປີເຕັມ. ຂ້າພະເຈົ້າປາດຖະໜາວ່າ ສະພາແຫ່ງຊາດຊຸດໃໝ່ຈະມີຄວາມເອົາໃຈໃສ່ເຖິງບັນດານະໂຍບາຍກ່ຽວຂ້ອງເຖິງການສຶກສາ, ການຫັນເປັນດີຈີຕອນ, ວຽກເຮັດງານທຳ ແລະ ສິ່ງແວດລ້ອມ, ກໍ່ຄືບັນດາບັນຫາທີ່ຕິດພັນກັບອະນາຄົດຂອງຊາວໜຸ່ມໂດຍກົງກວ່າ.

ຄວາມເອົາໃຈໃສ່ຂອງຜູ້ມີສິດເລືອກຕັ້ງໜຸ່ມ ສະແດງໃຫ້ເຫັນຊາວໜຸ່ມລຸ້ນປັດຈຸບັນນັບມື້ນັບເປັນເຈົ້າການກວ່າໃນການຊອກຮູ້ ແລະ ເຂົ້າຮ່ວມບັນດາບັນຫາລວມຂອງສັງຄົມ. ບໍ່ພຽງແຕ່ປະຕິບັດສິດເລືອກຕັ້ງເທົ່ານັ້ນ, ມີຊາວໜຸ່ມຫຼາຍຄົນປາດຖະໜາຢາກປະກອບສ່ວນໂດຍກົງເຂົ້າໃນວິວັດການສ້າງສາ ແລະ ພັດທະນາປະເທດຊາດ. ທ່ານຫງວຽນຮວ່າງລອງ, ຮອງເລຂາໜ່ວຍຊາວໜຸ່ມເຂດຊຸມຊົນເລກທີ 40, ເມືອງ ບາດິ່ງ ແມ່ນໜຶ່ງໃນບັນດາຜູ້ສະໝັກຮັບເລືອກຕັ້ງໜຸ່ມທີ່ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາປະຊາຊົນຕາແສງອາຍຸການໃໝ່.

ຂ້າພະເຈົ້າໄດ້ກຳເນີດ ແລະ ເຕີບໃຫຍ່ໃນຍຸກແຫ່ງການປ່ຽນແປງໃໝ່, ໂດຍໄດ້ຮັບເອົາບັນດາຜົນສຳເລັດດ້ານວິທະຍາສາດທີ່ທັນສະໄໝ ແລະ ມີຄວາມຮູ້ສຶກສຳຜັດໄວກັບບັນດາແນວໂນ້ມໃໝ່. ໂດຍໄດ້ຮັບການສະເໜີ ແລະ ມີຄວາມໄວ້ວາງໃຈ, ຂ້າພະເຈົ້າມີຄວາມເປັນກຽດໄດ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາປະຊາຊົນຕາແສງ ບາດິ່ງ ຊຸດທີ II. ຂ້າພະເຈົ້າເອງຮັບຮູ້ໄດ້ວ່າ ນີ້ບໍ່ພຽງແຕ່ແມ່ນຄວາມເປັນກຽດເທົ່ານັ້ນ ຫາກຍັງແມ່ນຄວາມຮັບຜິດຊອບຂອງພະນັກງານຊາວໜຸ່ມ, ເພື່ອມີໂອກາດສະແດງທັດສະນະຂອງຄົນໜຸ່ມ.

ບໍ່ພຽງແຕ່ອ້າຍ ຫງວຽນຮວ່າງລອງ ເທົ່ານັ້ນ, ໃນໂຄງປະກອບຜູ້ສະໝັກຮັບເລືອກຕັ້ງອາຍຸການນີ້, ມີຄົນໜຸ່ມຫຼາຍຄົນກໍ່ໄດ້ຮັບສະເໜີເຂົ້າຮ່ວມສະໝັກຮັບເລືອກຕັ້ງເປັນສະມາຊິກສະພາປະຊາຊົນທຸກຂັ້ນ. ຕາມການແນະນຳຂອງຄະນະປະຈຳສະພາແຫ່ງຊາດ, ອັດຕາຊາວໜຸ່ມໃນບັນຊີລາຍຊື່ຜູ້ສະໝັກຮັບເລືອກຕັ້ງຕ່ຳສຸດແມ່ນປະມານ 15% ເພື່ອແນໃສ່ເພີ່ມທະວີການເຂົ້າຮ່ວມຂອງລຸ້ນໜຸ່ມໃນບັນດາອົງການໂດຍປະຊາຊົນເລືອກຕັ້ງ. ທ່ານຫງວຽນຕຽນຮຶງ, ເລຂາຄະນະຊາວໜຸ່ມ ຮ່າໂນ້ຍ ຖືວ່າ:

ຂ້າພະເຈົ້າມີຄວາມເປັນກຽດທີ່ໄດ້ຮັບສະເໜີໃຫ້ສະໝັກເລືອກຕັ້ງເປັນສະມາຊິກສະພາປະຊາຊົນນະຄອນ ໄລຍະ 2026 – 2031, ຂ້າພະເຈົ້າກໍ່ຄືບັນດາສະຫາຍສະໝັກຮັບເລືອກຕັ້ງໜຸ່ມ ທີ່ໄດ້ຮັບການສະເໜີອອກສະໝັກຮັບເລືອກຕັ້ງ ມີຄວາມສຸດຈິດສຸດໃຈ ແລະ ມີຄວາມມຸ່ງຫວັງອຸທິດສ່ວນຢ່າງແຮງ. ພວກຂ້າພະເຈົ້າປາດຖະໜາຢາກກາຍເປັນຂົວເຊື່ອມຕໍ່ຢ່າງໝັ້ນຄົງ, ເປັນຕົວແທນສະແດງທັດສະນະ, ແນວຄິດຈິດໃຈ ແລະ ຄວາມມຸ້ງຫວັງອັນຊອບທຳຂອງປະຊາຊົນ ແລະ ພິເສດໃນນັ້ນແມ່ນບັນດາເພື່ອນໜຸ່ມ, ໄດ້ເຂົ້າຮ່ວມການສະເໜີບັນດານະໂຍບາຍຕິດແທດກັບລຸ້ນໜຸ່ມຄື ບັນດານະໂຍບາຍກ່ຽວກັບການ Startup, ນະວັດຕະກຳ, ການຫັນເປັນດີຈີຕອນ ແລະ ການພັດທະນາຊັບພະຍາກອນມະນຸດໜຸ່ມທີ່ມີຄຸນນະພາບສູງ.

ສຳລັບບັນດາຜູ້ມີສິດເລືອກຕັ້ງເປັນຄັ້ງທຳອິດທີ່ປະຕິບັດສິດທິພົນລະເມືອງ, ພິເສດແມ່ນບັນດາເພື່ອນໜຸ່ມຫາກໍມີອາຍຸ 18 ປີເຕັມ, ມື້ນີ້ແມ່ນຂີດໝາຍແຫ່ງການເຕີບໂຫຍ່ ເມື່ອເຂົາເຈົ້າໄດ້ປະກອບທັດສະນະຂອງຕົນເຂົ້າໃນການຕັດສິນທີ່ສຳຄັນຂອງປະເທດຊາດ. ຈາກບັດເລືອກຕັ້ງຂອງຜູ້ມີສິດເລືອກຕັ້ງໜຸ່ມເຖິງຄວາມຄາດຫວັງອຸທິດສ່ວນຂອງບັນດາຜູ້ສະໝັກຮັບເລືອກຕັ້ງໜຸ່ມ, ທັງໝົດເຫຼົ່ານັ້ນພວມເຈືອຈານກັບບັນຍາກາດອັນຟົດຟື້ນຂອງວັນບຸນທົ່ວປວງຊົນ, ປະກອບສ່ວນສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ກຳລັງໜູນໃໝ່ໃຫ້ແກ່ວິວັດການພັດທະນາຂອງນະຄອນຫຼວງ ແລະ ປະເທດຊາດໃນອາຍຸການໃໝ່.


top