ຂ່າວສານ

ການເລືອກຕັ້ງອາເມລິກາ 2020: ທ່ານ Joe Biden ຖະແຫຼງສືບຕໍ່ຊຸກຍູ້ການມອບສິດອຳນາດ

      ທ່ານ Joe Biden ໃຫ້ຮູ້ວ່າ, ຖັນແຖວຂອງທ່ານຍັງຊຸກຍູ້ການສ້າງຕັ້ງອຳນາດການປົກຄອງໃໝ່ເພື່ອຮັບການມອບສົ່ງໂອນອຳນາດໃນວັນທີ 20 ມັງກອນ 2021.

ສະໝັກເລືອກຕັ້ງປະທານາທິບໍດີຂອງພັກປະຊາທິປະໄຕ ທ່ານ Joe Biden
(ພາບ:  AFP/TTXVN)
      ວັນທີ 10 ພະຈິກ, ຜູ້ສະໝັກເລືອກຕັ້ງປະທານາທິບໍດີຂອງພັກປະຊາທິປະໄຕ ທ່ານ Joe Biden, ຢືນຢັນວ່າ ບໍ່ມີສິ່ງໃດສາມາດກີດຂວາງຂັ້ນຕອນການມອບສິດອຳນາດໄດ້. ກ່າວຄຳເຫັນຢູ່ລັດ Delaware, ທ່ານ Joe Biden ໃຫ້ຮູ້ວ່າ, ຖັນແຖວຂອງທ່ານຍັງຊຸກຍູ້ການສ້າງຕັ້ງອຳນາດການປົກຄອງໃໝ່ເພື່ອຮັບການມອບສົ່ງໂອນອຳນາດໃນວັນທີ 20 ມັງກອນ 2021.
        ກ່ອນໜ້ານັ້ນ, ວັນທີ 07 ພະຈິກ (ຕາມເວລາອາເມລິກາ), ພາຍຫຼັງວັນເລືອກຕັ້ງຢ່າງເປັນທາງການຄືທີ 03 ພະຈິກ ເປັນເວລາ 4 ວັນ, ບັນດາສຳນັກຂ່າວສານໃຫຍ່ຢູ່ອາເມລິກາ ພ້ອມກັນລົງຂ່າວກ່ຽວກັບຜົນການນັບຄະແນນບັດເລືອກຕັ້ງຢູ່ລັດ Pennsylvania ແມ່ນເປັນຂອງຜູ້ສະໝັກເລືອກຕັ້ງພັກປະຊາທິປະໄຕ. ເຖິງຢ່າງໃດກໍ່ຕາມ, ທ່ານປະທານາທິບໍດີອາເມລິກາ ຄົນປະຈຸບັນ Donald Trump ພວມຊຸກຍູ້ຄວາມມານະພະຍາຍາມດ້ານຍຸຕິທຳເພື່ອຕ່າວປີ້ນໄຊຊະນະຢ່າງວຸດວິດຂອງທ່ານ Joe Biden ຢູ່ບາງລັດຈຸດສຸມ. ຄະນະຂົນຂວາຍຫາສຽງເລືອກຕັ້ງຂອງທ່ານປະທານາທິບໍດີ D.Trump ໄດ້ຍື່ນໃບຮ້ອງຟ້ອງຂຶ້ນສານສະຫະລັດຢູ່ລັດ Pennsylvania ຢ່າງເປັນທາງການ ໂດຍຖືວ່າ ລະບົບການປ່ອນບັດຜ່ານທາງໄປສະນີຂອງລັດນີ້ແມ່ນຂາດມາດຕະຖານຢັ້ງຢື້ນຄວາມໂປ່ງໄສ ແລະ ສາມາດຢັ້ງຢືນໄດ້. ວັນທີ 10 ພະຈິກ, ທ່ານລັດຖະມົນຕີກະຊວງຍຸຕິທຳອາເມລິກາ Bill Barr ໄດ້ມອບສິດໃຫ້ບັນດາເຈົ້າໜ້າທີ່ໄອຍະການສະຫະລັດດຳເນີນການສືບສວນກ່ຽວກັບບັນດາສິ່ງທີ່ຜິດປົກກະຕິໃນການເລືອກຕັ້ງປະທານາທິບໍດີຜ່ານມາ.
(ແຫຼ່ງຄັດຈາກ VOV)


top