ຂ່າວສານ

ການເລືອກຕັ້ງຢູ່ອາເມລິກາປີ 2020: ປະທານາທິບໍດີ D.Trump ຖະແຫລງ ຍັງຄົງຈະສືບຕໍ່ຍາດໄຊຊະນະ

      ປະທານາທິບໍດີ ອາເມລິກາ Donald Trump  ສືບຕໍ່ຍົກອອກຄຳກ່າວຫາກ່ຽວກັບການສໍ້ໂກງໃນການເລືອກຕັ້ງ ແລະ ຖະແຫລງວ່າ ໄຊຊະນະສຸດທ້າຍຍັງຄົງແມ່ນຂຶ້ນກັບທ່ານເອງ.

ປະທານາທິບໍດີ ອາເມລິກາ Donald Trump ກ່າວຄຳເຫັນຢູ່ ນະຄອນ Valdosta
ພາບ:vietnam+
      ວັນທີ 5 ທັນວາ, ທ່ານ Donald Trump ເຂົ້າຮ່ວມເຫດການຂົນຂວາຍໃຫ້ແກ່ຜູ້ສະໝັກຮັບເລືອກຕັ້ງຂອງພັກ ສາທາລະນະ 2 ທ່ານ ພວມແຂ່ງຂັນເຂົ້າສະພາສູງ ຢູ່ ລັດ      Georgia ຄາດວ່າ ດຳເນີນໃນວັນທີ 5 ມັງກອນປີ 2021. ກ່າວຄຳເຫັນຕໍ່ຫນ້າບັນດາຜູ້ສະຫນັບສະຫນູນ ຢູ່ ນະຄອນ                   
Valdosta ຂຶ້ນກັບລັດ Georgia, ປະທານາທິບໍດີ ອາເມລິກາ Donald Trump  ສືບຕໍ່ຍົກອອກຄຳກ່າວຫາກ່ຽວກັບການສໍ້ໂກງໃນການເລືອກຕັ້ງ ແລະ ຖະແຫລງວ່າ “ໄຊຊະນະສຸດທ້າຍ” ຍັງຄົງແມ່ນຂຶ້ນກັບທ່ານເອງ.
ກ່ອນນັ້ນ 1 ວັນ, ຫນ່ວຍຮັບຜິດຊອບດ້ານກົດໝາຍຂອງທ່ານ Donald Trump ໄດ້ສົ່ງໃບຮ້ອງຟ້ອງສະບັບໃຫມ່ ຢູ່ ລັດ Georgia ເພື່ອແນໃສ່ຮຽກຮ້ອງການປະຕິເສດໝາກຜົນການເລືອກຕັ້ງຂອງລັດນີ້ ໂດຍຄຳກ່າວຫາວ່າ ມີບັດເລືອກຕັ້ງຜິດກົດໝາຍນັບໝື່ນໆບັດ.
 (ແຫຼ່ງຄັດຈາກ VOV)


top