ຂ່າວສານ

ການເລືອກຕັ້ງຢູ່ອາເມລິກາ 2020: ທ່ານ Biden ນຳໜ້າທ່ານ Trump ຢູ່ 9/11 ລັດ

      ບັນດາການສຳຫຼວດໄດ້ປະຕິບັດ ແຕ່ວັນທີ 21 ຫາ 30 ສິງຫາ ຫຼັງດຳເນີນກອງປະຊຸມທົ່ວປະເທດຂອງສອງພັກປະຊາທິປະໄຕແລະ ສາທາລະນະ. ທ່ານ Biden ພວມນຳໜ້າຕໍ່ທ່ານ Trump ດ້ວຍອັດຕາສ່ວນສະໜັບສະໜູນແມ່ນ 51% ແລະ 43%.

ທ່ານ Jose Biden ອະດີດຮອງປະທານາທິບໍດີ ແລະ ທ່ານ ປະທານາທິບໍດີ Donald Trump ຄົນປັດຈຸບັນ (ພາບ: Twitter)
      ໝາກຜົນການຢັ່ງຫາງສຽງໂດຍບໍລິສັດ Morning Consult ດຳເນີນ ແລະ ປະກາດເມື່ອວັນທີ 1 ກັນຍາ ໃຫ້ເຫັນວ່າ ທ່ານ Jose Biden ອະດີດຮອງປະທານາທິບໍດີ (ພັກປະຊາທິປະໄຕ )ໄດ້ນຳໜ້າຕໍ່ທ່ານ ປະທານາທິບໍດີ Donald Trump ຄົນປັດຈຸບັນ( ພັກສາທາລະນະ) ຢູ່ 9 ລັດ, ໃນສະພາບການທີ່ຜູ້ອອກສະໝັກຮັບເລືອກຕັ້ງ 2 ທ່ານພວມກ້າວເຂົ້າສູ່ໄລຍະສຳຄັນຂອງບັ້ນຫາສຽງເລືອກຕັ້ງ ປະທານາທິບໍດີ ປີ 2020.
            ບັນດາການສຳຫຼວດໄດ້ປະຕິບັດ ແຕ່ວັນທີ 21 ຫາ 30 ສິງຫາ ຫຼັງດຳເນີນກອງປະຊຸມທົ່ວປະເທດຂອງສອງພັກປະຊາທິປະໄຕແລະ ສາທາລະນະ. ທ່ານ Biden ພວມນຳໜ້າຕໍ່ທ່ານ Trump ດ້ວຍອັດຕາສ່ວນສະໜັບສະໜູນແມ່ນ 51% ແລະ 43%.
 (ແຫຼ່ງຄັດຈາກ VOV)


top