ຂ່າວສານ

ການເລືອກຕັ້ງປະທານາທິບໍດີ ອາເມລິກາ 2020

      ວັນທີ 26 ຕຸລາ, ຕາມຕົວເລກຂໍ້ມູນຂອງ CNN, Edison Research ແລະ Catalist ໃຫ້ເຫັນວ່າ ບັດເລືອກຕັ້ງປະທານາທິບໍດີ ອາເມລິກາ 2020 ກ່ອນກຳນົດເວລາກ່ວາ 60 ລ້ານບັດ ໄດ້ສົ່ງໄປຍັງບັນດາສະຖານທີ່ປ່ອນບັດແລ້ວ. 

ບັດເລືອກຕັ້ງປະທານາທິບໍດີ ອາເມລິກາ 2020 ກ່ອນກຳນົດເວລາກ່ວາ 60 ລ້ານບັດ ໄດ້ສົ່ງໄປຍັງບັນດາສະຖານທີ່ປ່ອນບັດແລ້ວ. 
ພາບ: Jeenah Moon/Reuters
      ຕາມຕົວເລກສະຖິຕິໄດ້ສະແດງໃຫ້ເຫັນວ່າ ໃນຈຳນວນ 33 ລັດ, ມີ 12 ລັດໄດ້ຮັບການຕີລາຄາວ່າ ມີການແກ່ງແຍ້ງ ລະຫວ່າງພັກປະຊາທິປະໄຕ ແລະ ພັກສາທາລະນະຢ່າງຂ້ຽວຂາດ ເຊິ່ງມີຍອດຈຳນວນຜູ້ໄປປ່ອນບັດກ່ອນກຳນົດເວລາລື່ນກາຍປີ 2016 ແລ້ວ. ລວມມີລັດ Georgia, Iowa, Maine, Michigan, Minnesota, Nebraska, New Hampshire, Carolina ເໜືອ, Ohio, PennsyIvania, Texas ແລະ Wisconsin.
        ຕາມໝາກຜົນການການສຳຫຼວດຂອງ Atlanta Journal-Constitution ແລ້ວ, ໃນການຫາສຽງເລືອກຕັ້ງຢູ່ລັດ Georgia, ທ່ານປະທານາທິບໍດີ ອາເມລິກາ Donald Trump ມີອັດຕາສະໜັບສະໜູນຂອງຜູ້ມີສິດເລືອກຕັ້ງທີ່ໄດ້ຮັບການສອບຖາມ ຫລຸດຜູ້ສະໝັກຮັບເລືອກຕັ້ງປະທານາທິບໍດີຂອງພັກປະຊາທິປະໄຕ Joe Biden ພຽງແຕ່ 1% ເທົ່ານັ້ນ (46% ທຽບກັບ 47%).
(ແຫຼ່ງຄັດຈາກ VOV)


top