ຂ່າວສານ

ການເລືອກຕັ້ງປະກອບສ່ວນສ້າງພື້ນຖານຢ່າງໝັ້ນແກ່ນໃຫ້ແກ່ການພັດທະນາຂອງ ຫວຽດນາມ

ການເລືອກຕັ້ງບໍ່ພຽງແຕ່ແມ່ນການສະແດງໃຫ້ເຫັນເຈດຈຳນົງຂອງປະຊາຊົນ ແລະ ປະຊາທິປະໄຕເທົ່ານັ້ນ, ຫາກຍັງແມ່ນໂອກາດເພື່ອປັບປຸງບັນດາພື້ນຖານລະບອບໃຫ້ແກ່ຄວາມກ້າວໜ້າດ້ານເສດຖະກິດ - ສັງຄົມຢ່າງບໍ່ຢຸດຢັ້ງຂອງ ຫວຽດນາມ ອີກດ້ວຍ.
  ທ່ານ Shovgi Kamal Oglu Mehdizade, ເອກອັກຄະລັດຖະທູດ ສ.ອາຊັກໃບຊານ ປະຈຳ ຫວຽດນາມ (ພາບ: TTXVN)  

ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2026 – 2031 ແມ່ນເຫດການການເມືອງສຳຄັນ, ສ້າງຂີດໝາຍທີ່ໜ້າສົນໃຈໃນວິວັດການພັດທະນາຂອງ ຫວຽດນາມ. ທ່ານ Shovgi Kamal Oglu Mehdizade, ເອກອັກຄະລັດຖະທູດ ສ.ອາຊັກໃບຊານ ປະຈຳ ຫວຽດນາມ ໄດ້ໃຫ້ຂໍ້ສັງເກດຄືດັ່ງກ່າວ ເມື່ອຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ ຫວຽດນາມ ກ່ຽວກັບຄວາມໝາຍຂອງການເລືອກຕັ້ງ ກໍຄືຄວາມຄາດຫວັງກ່ຽວກັບສະພາແຫ່ງຊາດຊຸດໃໝ່ ໃນການຊຸກຍູ້ການພົວພັນ 2 ຝ່າຍ.

        ຕາມທ່ານເອກອັກຄະລັດຖະທູດແລ້ວ, ການເລືອກຕັ້ງບໍ່ພຽງແຕ່ແມ່ນການສະແດງໃຫ້ເຫັນເຈດຈຳນົງຂອງປະຊາຊົນ ແລະ ປະຊາທິປະໄຕເທົ່ານັ້ນ, ຫາກຍັງແມ່ນໂອກາດເພື່ອປັບປຸງບັນດາພື້ນຖານລະບອບໃຫ້ແກ່ຄວາມກ້າວໜ້າດ້ານເສດຖະກິດ - ສັງຄົມຢ່າງບໍ່ຢຸດຢັ້ງຂອງ ຫວຽດນາມ ອີກດ້ວຍ. ທ່ານກໍ່ເຊື່ອໝັ້ນວ່າ ການເລືອກຕັ້ງໄດ້ປະກອບສ່ວນຢ່າງເລິກເຊິ່ງເຂົ້າໃນສະຖຽນລະພາບ, ຄວາມສາມັກຄີ ແລະ ວັດທະນາຖາວອນຂອງ ຫວຽດນາມ, ສ້າງເງື່ອນໄຂເພື່ອໃຫ້ ຫວຽດນາມ ສືບຕໍ່ຮັກສາທ່າອ່ຽງພັດທະນາທີ່ໜ້າປະທັບໃຈ.


top