ຂ່າວສານ

ການເລືອກຕັ້ງທົ່ວປະເທດຢູ່ ໄທ: ພັກກ້າວໄກ (MFP) ຍາດໄດ້ໄຊຊະນະ

ສ່ວນພັກ UTN ຂອງທ່ານນາຍົກລັດຖະມົນຕີ ປຣາຢຸດ ຈັນໂອຊາ ຢຶ່ນອັນດັບທີ 5 ດ້ວຍຈຳນວນ 36 ທີ່ນັ່ງ.
  ການນຳພັກ MFP (ພາບ:AFP/TTXVN)  

ວັນທີ 15 ພຶດສະພາ, ຄະນະກຳມະການເລືອກຕັ້ງໄທ (EC) ໄດ້ປະຕິບັດສຳເລັດວຽກງານນັບບັດ ແລະ ປະກາດໄຊຊະນະຂອງພັກກ້າວໄກ (MFP) ໃນການເລືອກຕັ້ງທົ່ວປະເທດທີ່ຈັດຂຶ້ນໃນວັນທີ 14 ພຶດສະພາ.

        ທ່ານ ອິດທິພອນ ບຸນປຣະຄອງ, ປະທານ EC ໃຫ້ຮູ້ວ່າ: ພັກ MFP ຍາດໄດ້ຈຳນວນ 152 ທີ່ນັ່ງຢູ່ສະພາຕ່ຳ (ເຊິ່ງລວມມີ  113 ທີ່ນັ່ງສະມາຊິກລັດຖະສະພາຕາມເຂດເລືອກຕັ້ງ ແລະ 39 ທີ່ນັ່ງສະມາຊິກລັດຖະສະພາຕາມບັນຊີລາຍຊື່ພັກ). ພັກເພື່ອໄທ ຢຶ່ນອັນດັບທີສອງດ້ວຍຈຳນວນ 141 ທີ່ນັ່ງ; ພັກພູມໃຈ ໄທ ຢຶ່ນອັນດັບທີ 3 ດ້ວຍຈຳນວນ 70 ທີ່ນັ່ງ. ສ່ວນພັກ UTN ຂອງທ່ານນາຍົກລັດຖະມົນຕີ ປຣາຢຸດ ຈັນໂອຊາ ຢຶ່ນອັນດັບທີ 5 ດ້ວຍຈຳນວນ 36 ທີ່ນັ່ງ.

        ພາຍຫຼັງໝາກຜົນການເລືອກຕັ້ງເບື້ອງຕົ້ນ ໄດ້ປະກາດແລ້ວ, ການນຳພັກ MFP ໃຫ້ຮູ້ວ່າ: ທ່ານຈະຊອກຫາວິທີສ້າງ ສຳພັນທະມິດ 6 ຝ່າຍ, ໃນນັ້ນຈະລວມມີພັກເພື່ອ ໄທ.

 


top