ຂ່າວສານ

ການເຝິກຊ້ອມຮັບມືກັບກໍລະນີສຸກເສີນຮັບໃຊ້ສັບປະດາຂັ້ນສູງ APEC

      ວັນທີ 25 ຕຸລາ, ພະແນກສາທາລະນະສຸກ ນະຄອນ ດ່ານັ້ງ ໄດ້ຈັດຕັ້ງການເຝິກຊ້ອມຮັບມືກັບກໍລະນີສຸກເສີນຮັບໃຊ້ສັບປະດາຂັ້ນສູງ APEC 2017 ດ້ວຍການເຂົ້າຮ່ວມຂອງການນຳກະຊວງສາທາລະນະສຸກ ແລະ ພາລະກອນການແພດສູນສຸກເສີນ 115 ແລະ ບັນດາໂຮງໝໍໃນບໍລິເວນ. 

ກໍລະນີໃນການເຝິກຊ້ອມ
      ທີ່ການເຝິກຊ້ອມ, ໄດ້ສົມມຸດ 2 ກໍລະນີ ເພື່ອໃຫ້ບັນດາກຳລັງກ່ຽວຂ້ອງຮັບມືແກ້ໄຂ. ພ້ອມກັນນັ້ນ, ຄະນະບັນຊາໄພພິບັດ ພະແນກສາທາລະນະສຸກ ດ່ານັ້ງ ໄດ້ເຝິກຊ້ອມການເຄື່ອນໄຫວວິທີການຮັບມືກັບໄພພິບັດເຖິງບັນດາຫົວໜ່ວຍທີ່ກ່ຽວຂ້ອງ.
ການເຝິກຊ້ອມຄັ້ງນີ້ ເພື່ອແນໃສ່ເພີ່ມທະວີກຳລັງຄວາມສາມາດໃນການຊີ້ນຳ, ບໍລິຫານ ແລະ ແກ້ໄຂກໍລະນີສຸກເສີນອາດຈະເກີດຂຶ້ນໃນສັບປະດາຂັ້ນສູງ APEC 2017.
 (ແຫຼ່ງຄັດຈາກ VOV)

top