ຂ່າວສານ

ການເຕີບໂຕ GRDP ນະຄອນ ໂຮ່ຈີມິນ ປີ 2022 ຄາດວ່າບັນລຸລະດັບ 9,4%

ຍອດຜະລິດຕະພັນໃນບໍລິເວນນະຄອນ (GRDP) 10 ເດືອນຂອງປີ 2022 ຄາດວ່າເຕີບໂຕ 9,97%. ດັ່ງນັ້ນ, ໃນປີ 2022, ຄາດວ່າ, GRDP ຂອງນະຄອນໄດ້ເຕີບໂຕປະມານ 9,4%...

ຍອດຜະລິດຕະພັນໃນບໍລິເວນນະຄອນ (GRDP) 10 ເດືອນຂອງປີ 2022 ຄາດວ່າເຕີບໂຕ 9,97%. ດັ່ງນັ້ນ, ໃນປີ 2022, ຄາດວ່າ, GRDP ຂອງນະຄອນໄດ້ເຕີບໂຕປະມານ 9,4%...

    

ນະຄອນ ໂຮ່ຈີມິນ ສັງເກດຈາກທາງໄກ

ຕອນບ່າຍວັນທີ 1 ພະຈິກ, ຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງວາລະປະຊຸມກ່ຽວກັບສະພາບການເສດຖະກິດ - ສັງຄົມເດືອນຕຸລາ, 10 ເດືອນຕົ້ນປີ 2022; ໜ້າທີ່, ມາດຕະການເດືອນພະຈິກ ປີ 2022. ຕາມຕົວເລກສະຖິຕິຂອງພະແນກແຜນການ ແລະ ການລົງທຶນນະຄອນແລ້ວ, ການເຄື່ອນໄຫວການຄ້າ - ການບໍລິການເດືອນ ຕຸລາ ໃນບໍລິເວນນະຄອນຮັກສາຢູ່ໃນລະດັບປົກກະຕິ, ສືບຕໍ່ທ່າຟື້ນຟູແຕ່ຕົ້ນປີ; ຍອດມູນຄ່າສິນຄ້າຂາຍຍ່ອຍ ແລະ ລາຍຮັບຈາກການບໍລິການ, ການໃຊ້ສອຍຂອງນະຄອນຄາດວ່າບັນລຸປະມານກ່ວາ 3,8 ຕື້ USD, ຍອດວົງເງິນສົ່ງອອກຂອງວິສາຫະກິດນະຄອນຜ່ານບັນດາດ່ານຊາຍແດນຂອງທົ່ວປະເທດຄາດວ່າບັນລຸກ່ວາ 4,1 ຕື້ USD, ລ້ວນແຕ່ຢັ້ງຢືນລະດັບ

        ຍອດຜະລິດຕະພັນໃນບໍລິເວນນະຄອນ (GRDP) 10 ເດືອນຕົ້ນປີ 2022 ຄາດວ່າເຕີບໂຕ 9,97%. ດັ່ງນັ້ນ, ໃນປີ 2022, ຄາດວ່າ, GRDP ຂອງນະຄອນໄດ້ເຕີບໂຕປະມານ 9,4%, ສູງກ່ວາຫຼາຍເມື່ອທຽບໃສ່ເປົ້າໝາຍທີ່ວາງອອກໃນຕົ້ນປີ (ແມ່ນເພີ່ມແຕ່ 6 – 6,5%).

        ທ່ານ ຟານວັນໝາຍ, ປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ເນັ້ນໜັກວ່າ:

        ພວເຮົາແກ້ໄຂບັນດາສິ່ງຄົງຄ້າງປົດປ່ອຍກຳລັງພາຍໃນເພື່ອສ້າງການພັດທະນາໃນເງື່ອນໄຂບັນດາຜົນສະທ້ອນຈາກພາຍນອກຍັງຫຍຸ້ງຍາກພວກເຮົາສຸໃສ່ປະຕິບັດບັນດາໜ້າທີ່ຍັງເຫຼືອຂອງປີສ້າງແຜນການປີໜ້າໃຫ້ເປັນຢ່າງດຖືນັ້ນແມ່ນທ່ວງທ່າເພື່ອໃຫ້ນະຄອນອາດຈະເພີ່ມລະດັບການພັດທະນາ”.

(ແຫຼ່ງຄັດຈາກ VOV)


top