ຂ່າວສານ

ການເດີນທາງໄປປະຕິບັດງານເຂົ້າຮ່ວມສັບປະດາສຸດຍອດ APEC ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ແມ່ນມີຄວາມໝາຍສຳຄັນ

ເລື່ອງການນຳສູງສຸດ ຫວຽດນາມ ເຂົ້າຮ່ວມສັບປະດາສຸດຍອດ APEC ຄັ້ງທີ 33 ໄດ້ສະແດງໃຫ້ເຫັນການຖືເປັນສຳຄັນ ແລະ ການປະກອບສ້ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຂອງ ຫວຽດນາມ ຕໍ່ກັບການຮ່ວມມື ແລະ ເຊື່ອມຕໍ່ເສດຖະກິດຢູ່ພາກພື້ນ.
ທ່ານ ຟ້າມແທງບິ່ງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຈີນ (ພາບ: VNA)

ທ່ານ ຟ້າມແທງບິ່ງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຈີນ ເນັ້ນໜັກວ່າ ການ​ເດີນ​ທາງໄປ​ປະ​ຕິ​ບັດ​ງານ​ຢູ່ ຈີນ ເຂົ້າຮ່ວມສັບປະດາສຸດຍອດເວ​ທີ​ປາ​ໄສ​ຮ່ວມ​ມືເສດ​ຖະ​ກິດ ອາຊີ-ປາຊີຟິກ (APEC) ຄັ້ງທີ 33 ແລະ ເຮັດ​ວຽກ​ລະ​ຫວ່າງສອງຝ່າຍ ແຕ່ວັນທີ 17 ຫາ 20 ພະຈິກ ​ຂອງ​ທ່ານ ໂຕ​ເລິມ, ເລຂາທິການໃຫຍ່ຄະ​ນະ​ບໍ​ລິ​​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ມີຄວາມໝາຍສຳຄັນນັບທັງ ດ້ານສອງຝ່າຍ ແລະ ຫຼາຍຝ່າຍ.

ກ່ຽວ​ກັບຫຼາຍຝ່າຍ, ​ເລື່ອງ​ການ​ນຳ​ສູງ​ສຸດ ຫວຽດນາມ ​ເຂົ້າ​ຮ່ວມ​ສັບ​ປະ​ດາ​ສຸດຍອດ APEC ຄັ້ງທີ 33 ໄດ້ສະແດງໃຫ້ເຫັນ​ການ​ຖື​ເປັນ​ສຳ​ຄັນ ແລະ ການ​ປະ​ກອບ​ສ້ວນ​ຢ່າງ​ຕັ້ງ​ໜ້າ, ມີຄວາມຮັບຜິດຊອບຂອງ ຫວຽດນາມ ຕໍ່ກັບການຮ່ວມມື ແລະ ເຊື່ອມ​ຕໍ່ເສດຖະກິດ​ຢູ່ພາກພື້ນ. ນີ້ແມ່ນໂອກາດເພື່ອ​ໃຫ້ ຫວຽດນາມ ພ້ອມ​ກັບ​ບັນ​ດາ​ພື້ນ​ຖານເສດຖະກິດພ​າ​ຄີແລກປ່ຽນ​ບັນ​ດາ​ການ​ກຳ​ນົດ​ທິດການຮ່ວມມື​ໃຫຍ່, ​ຊຸກ​ຍູ້​ການ​ສົນທະນາ, ປັບ​ປຸງຄວາມໄວ້ເນື້ອເຊື່ອໃຈ ແລະ ຊອກຫາ​ມາດ​ຕະ​ການແກ້ໄຂ​ລວມ ເພື່ອ​ສ້າງພາກພື້ນອາຊີ-ປາຊີຟິກ ສັນຕິພາບ, ສະ​ຖ​ຽນ​ລະ​ພາບ, ເປີດກວ້າງ, ​ຂະ​ຫຍັນ​ຂັນ​ເຄື່ອນ ແລະ ​ວັດ​ທະ​ນາ​ຖາ​ວອນ

ກ່ຽວ​ກັບສອງຝ່າຍ, ​ການ​ໄປ​ປະ​ຕິ​ບັດ​ງານ​ສືບ​ຕໍ່ຢືນຢັນເລື່ອງ ຫວຽດນາມ ມີ​ຄວາມສະເໝີຕົ້ນສະເໝີປາຍຖືການພັດທະນາການພົວພັນກັບ ຈີນ ແມ່ນຄວາມຮຽກ​ຮ້ອງຕ້ອງ​ການ​ພາ​ວະ​ວິ​ໄສ, ເປັນທາງເລືອກຍຸດທະສາດ ແລະ ແມ່ນບຸລິມະສິດ​ແຖວ​ໜ້າ ​ໃນ​ນະ​ໂຍ​ບາຍການຕ່າງປະເທດ ແລະ ຈີນ ​ຍາມ​ໃດກໍ​ຖ​ື ຫວຽດນາມ ​ແມ່ນ​ທິດ​ທາງບຸ​ລິ​ມະ​ສິດ​ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ຂອງ​ຕົນ.


top